Ad

Ad

27 September 2016

ລັດຖະມົນຕີກະຊວງກະສິກຳອອກຄຳສັ່ງໃຫ້ເພີ່ມທະວີບົວລະບັດຮັກສາເຂົ້ານາປີ ແລະ ພືດລະດູຝົນໃຫ້ດີ

ການຜະລິດລະດູຝົນປີ 2016 ນີ້,ເຖິງວ່າ ໄດ້ປະສົບໄພທຳມະຊາດຫລາຍຢ່າງໃນບາງພື້ນທີ່ພາກເໜືອຄື: ແຂວງອຸດົມໄຊ, ຫົວພັນ, ຫລວງພະບາງ ແລະ ແຂວງຜົ້ງສາລີ ເປັນຕົ້ນ ນ້ຳໄຫລເຂົ້າຖ້ວມເນື້ອທີ່ການຜະລິດ, ດິນເຈື່ອນ ແລະ ສັດຕູພືດລະບາດ ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ເນື້ອທີ່ການຜະລິດປະມານ 1.900 ກວ່າເຮັກຕາ,ແຕ່ເພື່ອຮັບປະກອບໃຫ້ການເກັບກູ້ຜົນຜະລິດນາປີ 769.754 ເຮັກຕາ, ເຂົ້າໄຮ່ໝູນວຽນ 87.879 ເຮັກຕາ ແລະ ພືດອື່ນໆ 462.342 ເຮັກຕາທີ່ມີຢູ່ໃຫ້ໄດ້ຮັບຜົນຢ່າງເຕັມເມັດເຕັມໜ່ວຍ, ດັ່ງນັ້ນລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກຄຳສັ່ງສະບັບເລກທີ່3314/ກປ ,ລົງວັນທີ 23 ກັນຍາ 2016 ເຖິງພະແນກກະສິກຳ ແລະ ປ່າໄມ້ແຂວງ,ນະຄອນລວງໃຫ້ເພີ່ມທະວີຄວາມຮັກຜິດ ຊອບໃນການບົວລະ ບັດຮັກສາເຂົ້ານາປີ ແລະ ພືດລະດູແລ້ງດັ່ງນີ້:
     1. ໃຫ້ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ ແລະ ນະຄອນຫລວງວຽງຈັນ ສືບຕໍ່ບຸກທະລຸຢ່າງແຂງແຮງກວ່າເກົ່າໃນການຊີ້ນຳ-ນຳພາຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ບັນດາສູນ ແລະ ສະຖານີທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ຫັນເອົາພະນັກງານລົງນຳພາຊາວກະສິກອນເຮັດຕົວຈິງຕາມທິດນຳທີ່ວ່າ: ທຸກວຽກຈຸດສຸມ, ສຳຄັນ ຕ້ອງມີຜູ້ເຮັດຕົວຈິງ ແລະ ມີຜູ້ຮັບຜິດຊອບນຳພາ-ຊີ້ນຳເປັນປະຈຳໂດຍສຸມໃສ່ບາງວຽກຈຸດສຸມດັ່ງນີ້: ປຸກລະດົມຂົນຂວາຍປະຊາຊົນຂົນຝຸ່ນຄອກ, ຝຸ່ນບົ່ມ, ຝຸ່ນຊີວະພາບ ລົງໃສ່ໄຮ່ນາເຮັດຕາມທິດທີ່ວ່າ: ເດີ່ນບ້ານສະອາດ ທົ່ງນາງາມ”; ແນະນຳຊາວກະສິກອນເພີ່ມທະວີຄວາມເອົາໃຈໃສ່ໃນການບົວລະບັດຮັກສາໄຮ່ນາຂອງຕົນເອງ ເປັນຕົ້ນການຖາງຫຍ້າອອກຈາກຄັນນາ ເພື່ອທຳລາຍບ່ອນລີ້ຊ້ອນຂອງສັດຕູພືດ, ພ້ອມທັງເປັນເຈົ້າການໃນການຕິດຕາມສະພາບການລະບາດຂອງສັດຕູພືດທີ່ອາດຈະເກີດຂຶ້ນ. ຖ້າມີການລະບາດກໍຕ້ອງຮີບຮ້ອນລາຍງການຈັດຕັ້ງທີ່ກ່ຽວຂ້ອງ ຫລື ຫາວິທີການກຳຈັດຢ່າງທັນການ; ສຳລັບເຂດທີ່ມີການປູກເຂົ້າໄຮ່ ແລະ ພືດລະດູຝົນໃຫ້ສືບຕໍ່ເອົາໃຈໃສ່ຊຸກຍູ້ປະຊາຊົນບົວລະບັດຮັກສາ, ເສຍຫຍ້າຂ້າຫຸ່ນ ແລະ ກະກຽມເກັບກ່ຽວ, ມ້ຽນມັດໃຫ້ທັນເວລາ ຫລີກເວັ້ນການຕົກເຮ່ຍເສຍຫາຍອັນເປັນຜົນສະທ້ອນຕໍ່ຄຸນນະພາບຂອງຜົນຜະລິດ; ສ່ວນເຂດທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມໃຫ້ຂຸ້ນຂ້ຽວເຮັດນາຕ່າວໃນບ່ອນທີ່ມີເງື່ອນໄຂ ເປັນຕົ້ນເຂດນາໜອງ ແລະ ເຂດທີ່ມີຊົນລະປະທານຮັບປະກັນ, ສ່ວນບ່ອນທີ່ບໍ່ມີເງື່ອນໄຂກໍໃຫ້ຊຸກຍູ້ເຂົາເຈົ້າປູກພືດເສດຖະກິດອື່ນທົດແທນ ເພື່ອເປັນອາຫານ ແລະ ສິນຄ້າ ໂດຍສະເພາະບັນດາພືດທີ່ເຫັນວ່າເໝາະສົມ, ມີລາຄາດີ ແລະ ເປັນທີ່ຕ້ອງການຂອງຕະຫລາດ; ສຳລັບເຂດທີ່ປັກດຳຫລ້າຊ້າຕ້ອງໄດ້ເອົາໃຈໃສ່ໃນການບໍລິຫານນ້ຳໃຫ້ມີປະສິດທິຜົນ ເພື່ອໃຫ້ມີນ້ຳຫລໍ່ລ້ຽງຕົ້ນເຂົ້າຢ່າງພຽງພໍ, ພ້ອມທັງປຸກລະດົມຊາວກະສິກອນເອົາໃຈໃສ່ບົວລະບັດຮັກສາ, ເສຍຫຍ້າຂ້າຫຸ່ນ ເພື່ອຍົກສະມັດຕະພາບເຂົ້ານາປີໃຫ້ໄດ້ສະເລ່ຍ 4,35 ໂຕນຕໍ່ເຮັກຕາ ແລະ ໃນເຂດຈຸດສຸມໃຫ້ໄດ້ 5,5 ໂຕນຕໍ່ເຮັກຕາຂຶ້ນໄປ.
     2. ໃຫ້ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນຫລວງວຽງຈັນ ເພີ່ມຄວາມເອົາໃຈໃສ່ໃນການຊຸກຍູ້ສົ່ງເສີມໂດຍກົງບາງວຽກງານຕົ້ນຕໍດັ່ງນີ້: ຊີ້ນຳ-ນຳພາເຂດຈຸດສຸມຕົວແບບ ແລະ ບ້ານຈຸດສຸມພັດທະນາທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ຕ້ອງມີການສົມທົບຢ່າງກົມກຽວລະຫວ່າງການສ້າງເປັນຈຸດສຸມ ແລະ ທົ່ວໄປ. ສະເພາະເຂດຈຸດສຸມຕ້ອງຮັບປະກັນສະມັດຕະພາບສະເລ່ຍບໍ່ໃຫ້ຫລຸດ 5,5 ໂຕນຕໍ່ເຮັກຕາ; ສືບຕໍ່ເຝົ້າລະວັງການແຜ່ລະບາດຂອງພະຍາດສັດ ເປັນຕົ້ນໄຂ້ຫວັດສັດປີກ (H7N9, H5N1), ພະຍາດຫູກໍ່າໝູ, ພະຍາດເຕົ້າໂຮມເລືອດງົວ-ຄວາຍ, ພະຍາດປາກເປື່ອຍລົງເລັບ ແລະ ພະຍາດທ້ອງເບັງແບ້, ພ້ອມທັງປະຕິບັດມາດຕະການສະກັດກັ້ນການຄ້າຂາຍສັດແບບບໍ່ຖືກຕ້ອງຕາມຊາຍແດນລະຫວ່າງຊາດຢ່າງເຂັ້ມງວດ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດສັດ; ຕິດຕາມ ແລະ ເກັບກຳຂໍ້ມູນຜົນກະທົບຈາກໄພທຳມະຊາດ (ແຫ້ງແລ້ງ, ນ້ຳຖ້ວມ, ສັດຕູພືດ ແລະ ດິນເຈື່ອນ) ເພື່ອຟື້ນຟູສ້ອມແປງ ແລະ ຊຸກຍູ້ສົ່ງເສີມການຜະລິດຄືນໃໝ່ໃນເຂດທີ່ໄດ້ຮັບຜົນກະທົບໃຫ້ໄດ້ຮັບການແກ້ໄຂທັນເວລາ; ຕິດຕາມ, ປະເມີນຜົນ ແລະ ເລືອກເຟັ້ນເອົາບຸກຄົນ ຫລື ການຈັດຕັ້ງທີ່ມີຜົນສຳເລັດໃນການແຂ່ງຂັນ ເພື່ອປະຕິບັດການຍ້ອງຍໍຢ່າງຖືກຕ້ອງ, ເໝາະສົມ ແລະ ທັນເວລາຕາມທີ່ລະບຸໄວ້ໃນດຳລັດຂອງນາຍົກລັດຖະມົນຕີ ເລກທີ 121/ນຍ, ລົງວັນທີ 24 ກຸມພາ 2010; ສະຫລຸບລາຍງານການຜະລິດລະດູຝົນ 2016 ແລະ ວາງແຜນການ 2017 ແລ້ວນຳສົ່ງກະຊວງກະສິກຳ ແລະ ປ່າໄມ້ ກ່ອນຕົ້ນເດືອນທັນວາ 2016.

    3 ມອບໃຫ້ບັນດາກົມ ແລະ ສະຖາບັນອ້ອມຂ້າງກະຊວງ ອອກຄຳແນະນຳດ້ານວິຊາການ ເພື່ອຜັນຂະຫຍາຍຄຳສັ່ງສະບັບນີ້ເຂົ້າສູ່ພຶດຕິກຳຕົວຈິງໃຫ້ແກ່ຂະແໜງສາຍຕັ້ງຂອງຕົນຢູ່ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດຢ່າງເປັນເອກະພາບ ແລະ ມີຜົນສຳເລັດ. ຜ່ານການຈັດຕັ້ງປະຕິບັດມີຂໍ້ສະດວກ, ຫຍຸ້ງຍາກແນວໃດ ໃຫ້ລາຍງານການນຳກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮັບຊາບຢ່າງເປັນປົກກະຕິ ເພື່ອຫາວິທີແກ້ໄຂຢ່າງທັນການ.

No comments:

Post a Comment