Ad

Ad

19 August 2016

ກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກຫ້ອງວ່າການສູນກາງພັກ

   ກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກຫ້ອງວ່າການສູນກາງພັກ, ໄດ້ໄຂຂຶ້ນໃນວັນທີ 18 ສິງຫານີ້, ພາຍໃຕ້ການເປັນປະທານຂອງສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກຮອງປະທານປະເທດ, ມີບັນດາຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
          ສະຫາຍ ຄຳພັນ ພົມມະທັດ ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ເພື່ອສ້າງບາດລ້ຽວອັນແຂງແຮງຂອງຫ້ອງວ່າການສູນກາງພັກສູ່ຄຸນນະພາບໃໝ່ ແລະ ເຂັ້ມແຂງຮອບດ້ານ, ຊຶ່ງຈະປຶກສາຫາລື ແລະ ຮັບຮອງເອົາວຽກງານສຳຄັນຈຳ ນວນໜຶ່ງຄື: ຮ່າງ
ບົດລາຍງານການເມືອງຂອງຄະນະພັກສະໄໝທີ V, ຮ່າງບົດສຳຫລວດການນຳພາຂອງຄະນະພັກຫ້ອງວ່າການສູນກາງພັກສະໄໝທີ V, ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິ ຫານງານພັກຊຸດໃໝ່ ແລະ ຮັບຟັງການໂອ້ລົມຂັ້ນເທິງເພື່ອເປັນການຊີ້ທິດເຍືອງທາງໃຫ້ແກ່ການສືບຕໍ່ພັດທະນາຫ້ອງວ່າການສູນກາງພັກໃນຕໍ່ໜ້າ.

          ສະຫາຍ ຄຳພັນ ພົມມະທັດ ຍັງໄດ້ຍົກໃຫ້ເຫັນຜົນສຳເລັດຂອງການຈັດຕັ້ງນຳພາ-ຊີ້ນຳຂອງຄະນະພັກຫ້ອງວ່າການສູນກາງພັກສະໄໝທີ V ນັບແຕ່ປີ 2011 ເຖິງປັດຈຸບັນເປັນຕົ້ນ: ການປະຕິບັດພາລະບົດບາດເປັນເສນາທິການທີ່ມີຄຸນນະພາບໃຫ້ແກ່ສູນກາງພັກ, ການບໍລິການຮັບໃຊ້ການນຳສູນກາງພັກ, ການປັບປຸງຄວາມເຂັ້ມແຂງດ້ານກົງຈັກ, ບຸກຄະລາກອນ ແລະ ພື້ນຖານວັດຖຸເຕັກນິກ ຕະ ຫລອດເຖິງການນຳພາວຽກງານກໍ່ສ້າງພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ເຊິ່ງລ້ວນແຕ່ມີຜົນສຳເລັດເປັນຢ່າງດີ.

No comments:

Post a Comment