Ad

Ad

18 August 2016

ກອງປະຊຸມພົບປະພາກລັດກັບພາກທຸລະກິດ, ຜູ້ປະກອບການ ຄັ້ງທີ III

          ເມື່ອມໍ່ໆມານີ້, ກະຊວງກະສິກໍາ ແລະປ່າໄມ້ ຮ່ວມກັບ ກະຊວງອຸດສາຫະກໍາ ແລະການຄ້າ ໄດ້ຈັດກອງປະຊຸມພົບປະພາກລັດ ກັບພາກທຸລະກິດ, ຜູ້ປະກອບການ ຄັ້ງທີ III ຂື້ນທີ່ຫ້ອງປະຊຸມຫ້ອງ ການປົກຄອງເມືອງ ແກ່ນທ້າວ ແຂວງໄຊຍະບູລີ ໃຫ້ກຽດເປັນປະທານຮ່ວມທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງແຂວງໄຊຍະບູລີ, ທ່ານ  ລຽນ ທິແກ້ວ  ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ນ. ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ.
          ທ່ານ ບຸນລວ້ນ ສົມສີຫາປັນຍາ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງ ໄດ້ລາຍງານວ່າ: ໃນໄລຍະ 9 ເດືອນຕົ້ນປີ ລວມຍອດຜະລິດຕະພັນພາຍໃນສາມາດບັນລຸໄດ້ 5 ພັນກວ່າຕື້ກີບ, ເທົ່າກັບ 77,18% ຂອງແຜນປີ ຊື່ງປະກອບມີຜົນຜະລິດຈາກພືດອຸດສາຫະກໍາ (ພືດສິນຄ້າ) ບັນລຸ 9 ແສນກວ່າໂຕນ, ພືດສະບຽງອາຫານລະດູແລ້ງ ປະຕິບັດໄດ້ 73 ກວ່າໂຕນ, ຜົນຜະລິດເຂົ້າໄດ້ 1 ແສນກວ່າໂຕນ
ເທົ່າກັບ 93,3% ຂອງແຜນການປີ, ການສົ່ງອອກຜະລິດຕະພັນກະສິກໍາ, ລ້ຽງສັດ  ແລະອື່ນໆມາຮອດປັດຈຸບັນມີມູນຄ່າ 30 ກວ່າລ້ານໂດລາສະຫະລັດ, ເທົ່າກັບ 46%ຂອງແຜນປີ, ການນໍາເຂົ້າສິນຄ້າ 15,3 ລ້ານ ໂດລາສະຫະລັດເທົ່າກັບ 73,3% ທຽບໃສ່ໄລຍະດຽວກັນຫຼຸດລົງ 4,4%.

          ເພື່ອເປັນການກະຕຸກຊຸກຍູ້ຂະບວນການຜະລິດຂອງປະຊາຊົນ, ທັງເປັນການແກ້ໄຂຂໍ້ຫຍຸ້ງ ຍາກ, ອຸປະສັກໃນການຜະລິດ-ປຸງແຕ່ງ, ການຕະຫຼາດ ແລະການສົ່ງອອກ ຂອງຊາວກະສິກອນ ແລະບັນດາຜູ້ປະກອບການ ທີ່ຜ່ານມາ ເປັນຕົ້ນບັນຫາດ້ານທຶນຮອນ ເຕັກນິກວິຊາການ, ລາຄາສິນຄ້າ ແລະ ອື່ນໆ. ພ້ອມກັນຊອກຫາວິທີການປັບປຸງແກ້ໄຂໃຫ້ເໝາະສົມ ທ່ານ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ມີຄິດເຫັນວ່າ: ເພື່ອເຮັດໃຫ້ຊາວກະສິກອນມີອາຊີບທີ່ໝັ້ນຄົງ ແລະມີລາຍຮັບທີ່ສູງຂື້ນ ທັງຮັບປະກັນແຜນງານການຄໍ້າປະກັນດ້ານສະບຽງອາຫານ ແລະ ແຜນງານການຜະລິດເປັນສິນຄ້າ, ໂດຍຫັນຮູບແບບການຜະລິດຈາກການເນັ້ນໃສ່ປະລິມານດ້ານດຽວ ຕ້ອງກ້າວໄປສູ່ການຜະລິດແບບຄຸນນະພາບ ແລະສ້າງມູນຄາເພີ່ມຂອງສິນຄ້າໃຫ້ສູງຂື້ນ ເປັນຕົ້ນການຜະລິດກະສິກໍາສະອາດ ແລະ ກະສິກໍາທີ່ດີ ເພື່ອໃຫ້ສາມາດສ້າງລາຍຮັບເພີ່ມ ແລະໄດ້ຮັບຜົນປະໂຫຍດ. ໂອກາດດຽວກັນນີ້, ຄະນະຜູ້ແທນ ໄດ້ຢ້ຽມຢາມຄອບຄົວລ້ຽງງົວທອມ ຂອງຟາມວິໄຊ ທີ່ບ້ານເມືອງໝໍ , ຄອບຄົວຕົວແບບໃນການປູກຫຍ້າລ້ຽງສັດ ແລະ ລົງສຳຫຼວດເບິ່ງໂຮງງານອົບມັນຕົ້ນ ແລະສາລີຕື່ມອີກ.

No comments:

Post a Comment