Ad

Ad

23 August 2016

ນຳສະເໜີໂຄງການຜູ້ປະກອບກິດຈະການໃໝ່ໃນລາວ

          ວັນທີ 22 ສິງຫານີ້, ໂຄງການສະໜັບສະໜູນຜູ້ປະກອບການກິດຈະການໃໝ່ ແລະ ເຄືອຂ່າຍນັກລົງທຶນສ່ວນບຸກຄົນ ( Angel investor ) ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ສະຖານທູດອົດສະຕາລີປະຈຳລາວໄດ້ຈັດພິທີຖະແຫຼງຂ່າວນຳສະເໜີໂຄງການສະໜັບສະໜູນຜູ້ປະກອບກິດຈະການໃໝ່ ແລະ ເຄື່ອຂາຍນັກລົງທຶນສ່ວນບຸກຄົນ, ຊຶ່ງຈະເລີ່ມຈັດຕັ້ງກິດຈະກຳຕ່າງໆເພື່ອສົ່ງເສີມຜູ້ປະກອບກິດຈະການໃໝ່ ໃນລາວຂຶ້ນທີ່ໂຮງແຮມລັດສະໝີ, ນະຄອນລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ດາວວອນ ພະຈັນທະວົງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ທ່ານ ຈອນ ວິນລ່ຽມ ເອກອັກຄະລາຊະທູດອົດສະຕາລີປະຈຳລາວ, ທ່ານ ນາງ ຮັບຂັວນ ຊົງດຳຣົງກຸນ 
ອຳນວຍການໂຄງການສະໜັບສະໜູນການພັດທະນາທຸລະກິດໃນລຸ່ມແມ່ນ້ຳຂອງປະຈຳລາວ, ທ່ານ ສະຕີຟ ແລນແມນ ອຳນວຍການກອງທຶນ Lotus Impact,ພ້ອມດ້ວຍພາກສ່ວນກ່ຽວຂ້ອງຈາກໂຄງການດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
          ອຳນວຍການໂຄງການສະໜັບສະໜູນການພັດທະນາທຸລະກິດໃນລຸ່ມແມ່ນ້ຳຂອງປະຈຳລາວກ່າວວ່າ: ເພຶ່ອແນະນຳກິດຈະກຳຕ່າງໆທີ່ໂຄງການຈະໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ແລະ ເພືື່ອສົ່ງເສີມການສ້າງເຄືອຂ່າຍຜູ້ປະກອບກິດຈະການໃໝ່ ແລະ ເຄືອຂ່າຍນັກລົງທືນສ່ວນບຸກຈັນ, ໂດຍສະເພາະແມ່ນການປຶກສາຫາລື, ແລກປ່ຽນບົດຮຽນຂອງບັນດາຜູ້ປະກອບການໃໝ່ຊຶ່ງຈະຈັດຂຶ້ນໃນໄວໆນີ້ ແລະ ການນຳພານັກລົງທຶນຈາກຕ່າງປະເທດເພື່ອມາແລກປ່ຽນບົດຮຽນ ແລະ ປະສົບການໃຫ້ແກ່ຜູ້ປະກອບກິດຈະການໃໝ່ຂອງລາວ, ເພື່ອສ້າງຄວາມໝັ້ນໃຈແກ່ເຂົາເຈົ້າ, ທັງນີ້ກໍເພື່ອເປີດໂອ ກາດໃຫ້ຜູ້ທີ່ຢາກປະກອບກິດຈະການໃໝ່ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຂັ້ນຕອນຕ່າງໆໃນການດຳເນີນກິດຈະການຂອງຕົນໃຫ້ຖືກຕ້ອງ ແລະ ປັດສະຈາກຄວາມສ່ຽງ, ໂດຍໂຄງການພ້ອມທີ່ຈະໃຫ້ການສະໜັບສະໜູນໃນທຸກດ້ານ.

          ຮອງປະທານສະພາການຄ້າ ເລະ ອຸດສາຫະກຳແຫ່ງຊາດກ່າວວ່າ: ສຳລັບແຜນດຳເນີນງານຂອງໂຄງການນີ້ແມ່ນຈະເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 31 ສິງຫານີ້ເປັນຕົ້ນໄປ, ຊຶ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ  ແລະ ທະນາຄານພັດທະນາອາຊີ  ( ADB ), ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, Tigers@Mekong  ແລະ THO-LAO cowerking space  ຊຶ່ງຈະຊ່ວຍແນະນຳນັກລົງທຶນ ແລະ ຜູ້ປະກອບກິດຈະການໃໝ່ໃນ ສປປ ລາວ ໃຫ້ເຂົ້າຮ່ວມໂຄງການດັ່ງກ່າວ.

No comments:

Post a Comment