Ad

Ad

25 August 2016

ໂຕໂຍຕາ ພາລູກຄ້າໄປທ່ຽວຮົງກົງ

          ໃນວັນທີ 18-21 ສິງຫາຜ່ານມາ, ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດ, ໄດ້ພາລູກຄ້າຜູ້ໂຊກດີທີ່ໄດ້ຈອງລົດໂຕໂຍຕ້າ ແລະ ໄດ້ຮັບລາງ ວັນໃນກິດຈະກຳ Toyota PC Expo ມະຫະກຳລົດເກັງໂຕໂຍຕ້າ ສະຫຼອງລາຄາ ໃໝ່ ຖືກໃຈກ່ວາເກົ່າ ຈຳນວນ 5 ລາງວັນ 10 ຄົນ ເດີນທາງໄປທ່ອງທ່ຽວໃນເສັ້ນ ທາງ ວຽງຈັນ - ຮົງກົງ (ດິດສະນີ້ແລນ) ເປັນເວລາ4 ມື້ 3 ຄືນ, ໂດຍມື້ທຳອິດ ໄດ້ພາໄປມ່ວນຊື່ນ ໃນສວນສະຫນຸກ ຮົງກົງ ດິດສະນີ້ແລນ ແລະ ຊື້ເຄື່ອງທີ່ Tsim Sha Tsui Ocean Terminal. ສ່ວນມື້ທີສອງໄດ້ເດີນທາງ ໄປຈຸດຊົມວິວVictoria Peak ຈຸດຊົມວິວທີ່ສາ ມາດເບີ່ງເຫັນທົ່ວເກາະຮົງກົງ. ຈາກນັ້ນໄດ້ເດີນທາງໄປກາບໄຫວ້ພະສິ່ງສັກສິດຂອງຮົງກົງທີ່ວັດແຊກົງ ໝິວກ່ອນເດີນທາງສູ່ຈຸດຊົມວິວ
Avenue of Stars ເຊີ່ງເປັນຈຸດໜຶ່ງທີ່ນັກທ່ອງທ່ຽວນິຍົມໄປຖ່າຍຮູບກັບສອງຟາກຝັ່ງແມ່ນ້ຳຮົງກົງ. ພ້ອມກັບໄປຂໍພອນ ເຈົ້າແມ່ກວນອິມ ແລະ ໃນມື້ທີສາມໄດ້ເດີນທາງໄປເຊີ່ນເຈີ້ນ-ຈູໄຫ່ ເພື່ອເຂົ້າຢ້ຽມຊົມ ໂຮງງານຢົກ, ໂຮງງານຜ້າໄໝ ເພື່ອສືກສາ ແລະ ເບິ່ງວິທີການຜະລິດຜ້າໄໝ. ຈາກນັ້ນໄປ ກັບການນວດເພື່ອສຸຂະພາບຕາມຕຳຫລັບແພດແຜນຈີນ, ກ່ອນເດີນທາງກັບ ສປປ ລາວ ໃນວັນທີ 21 ສິງຫາຜ່ານມານີ້, ດ້ວຍຄວາມສະຫວັດດີພາບ.

No comments:

Post a Comment