Ad

Ad

25 August 2016

ສາທານະຄອນຫຼວງຫາລືການເຝົ້າລະວັງພະຍາດໄລຍະກອງປະຊຸມສຸດຍອດອາຊຽນ

           ວັນທີ 24 ສິງຫານີ້, ພະແນກສາທາລະນະສຸກນະຄອນຫຼວງວຽງຈັນຮ່ວມກັບສາທະລະສຸກເມືອງ, ໂຮງໝໍສູນກາງ ແລະ ໂຮງໝໍເອກກະຊົນ, ໄດ້ຈັດກອງປະຊຸມປຶກສາຫາລືການເຝົ້າລະວັງພະຍາດ ເພື່ອກະກຽມໃກ້ແກ່ຮັບໃຊ້ກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ແລະ ກອງປະຊຸມປີ່ນອ້ອມອື່ນໆທີ່ ສ ປປ ລາວໄດ້ຮັບກຽດເປັນເຈົ້າພາບຈັດໃນຕົ້ນເດືອນກັນຍານີ້ໃຫ້ມີຄວາມປອດໄພດີ.

  ທ່ານຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່າວວ່າ: ເພື່ອຮັບປະກັນບໍ່ໃຫ້ມີການລະບາດຂອງພະຍາດຢູ່ໃນນະຄອນລວງວຽງຈັນ, ໂດຍສະເພາະໃນຊ່ວງໄລຍະດໍາເນີນກອງປະ ຊຸມອາຊຽນນີ້, ດັ່ງນັ້ນທຸກພາກສ່ວນຈະຕ້ອງໄດ້ຮ່ວມກັນຕິດຕາມເຝົ້າລະວັງຢ່າງເຂັ້ມງວດ ເປັນຕົ້ນແມ່ນ
ພະຍາດທີ່ພວມມີການລະບາດໃນປັດຈຸບັນຄື: ໄຂ້ເລືອດອອກ (ໄຂ້ຍຸງລາຍ) ແລະ ອີກ 17 ພະ ຍາດທີ່ຢູ່ໃນການເຝົ້າລະວັງ ເພື່ອບໍ່ໃຫ້ມີການລະບາດຂື້ນ ແລະ ຫວັງວ່າທຸກໜ່ວຍງານ, ທຸກໂຮງໝໍທັງພາກລັດ ແລະ ເອກະຊົນ ຈະພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານເຝົ້າລະວັງພະຍາດຢ່າງມີປະສິດທິພາບ.

No comments:

Post a Comment