Ad

Ad

24 August 2016

ນາຍົກເນັ້ນກຳລັງ ປກສ ກຽມພ້ອມໃຫ້ດີເພື່ອຮັບປະກັນໃຫ້ກອງປະຊຸມສຸດຍອດອາຊຽນມີຄວາມສະຫງົບປອດໄພ

               ໃນໂອກາດເຂົ້າຮ່ວມຊົມການຝຶກຊ້ອມຂອງເຫລົ່າຮົບວິຊາສະເພາະກລັງປ້ອງກັນຄວາມສະຫງົບທີ່ຈະຮັບໃຊ້ກອງປະຊຸມສຸດຍອດອາຊຽນຄັ້ງທີ 28,29 ແລະ ກອງປະຊຸມ ສຳຄັນປິ່ນອ້ອມ ອື່ນໆທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດໃນຂຶ້ນຕົ້ນເດືອນກັນຍານີ້, ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເມື່ອທ້າຍອາທິດຜ່ານມານີ້, ຢູ່ກອງບັນຊາ ການປ້ອງກັນເຄື່ອນທີ່, ນະຄອນ ຫລວງວຽງຈັນ. ທ່ານໄດ້ໃຫ້ກຽດໂອ້ລົມເນັ້ນໃຫ້ພະນັກງານນັກຮົບທຸກພາກສ່ວນຈົ່ງກະກຽມຄວາມພ້ອມໃຫ້ດີຮອບ ດ້ານ, ໂດຍສະເພາະຍົກສູງນ້ຳໃຈປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບພິຊອບສູງ, ມີເຕັກນິກ, ວິຊາການ-ວິຊາສະເພາະ ແລະ ສິລະປະຍຸດທີ່ດີ ເພື່ອເຮັດໜ້າທີ່ປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ແລະ ກອງປະຊຸມສຳຄັນປິ່ນອ້ອມອື່ນໆທີ່ປະເທດເຮົາເປັນເຈົ້າພາບເທື່ອນີ້ໃຫ້ມີຄວາມປອດໄພ 100% ແລະ ມີຜົນສຳເລັດຈົບງາມ, ຊຶ່ງທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມເຊື່ອໝັ້ນຢ່າງສູງຕໍ່ເຫລົ່າຮົບ
ກຳລັງ ປກສ ຈະສາມາດຮັກສາໄດ້ມູນເຊື້ອທີ່ດີງາມ ແລະ ກ້າຫານຂອງຕົນໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຮອບດ້ານເໝືອນດັ່ງຮັບໃຊ້ປ້ອງກັນຫລາຍໆກອງປະຊຸມລະດັບພາກພື້ນ ແລະ ສາກົນທີ່ປະເທດເຮົາເຄີຍໄດ້ຮັບກຽດເປັນເຈົ້າພາບຈັດໃນໄລະຍະຜ່ານມາຈົນມີຜົນສຳເລັດດີ.

1 comment:

  1. ກໍເປັນການດີ ທີ່ພະນະທ່ານ ນາຍົກ ສວມບົດບາດ ເປັນ ຜ.ບ ແບບມາດແມນ

    ReplyDelete