Ad

Ad

25 August 2016

ຈະລາຈອນນະຄອນຫລວງວຽງຈັນ ກຽມພ້ອມຮັບໃຊ້ກອງປະຊຸມສຸດຍອດອາຊຽນ

          ໃນວັນທີ 24 ສິງຫານີ້, ຢູ່ພະແນກຕຳຫລວດຈະລາຈອນນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມສ້າງແຜນຈັດວາງກຳລັງປ້ອງກັນທົ່ວນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ພັນເອກ ຄຳຖວາຍ ເພັດອຸໄລ ຫົວໜ້າກົມຕຳຫລວດຈະລາ ຈອນ ກະຊວງປ້ອງກັນຄວາມສະ ຫງົບ, ມີທ່ານ ພັນໂທ ຢຸດຕະພົງ ສຸວັນນະສິງ ຫົວໜ້າພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ, ພ້ອມດ້ວຍພະນັກງານຕຳຫລວດຈະລາ ຈອນໃນນະຄອນຫລວງວຽງຈັນເຂົ້າຮ່ວມ.

          ຫົວໜ້າພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ກ່າວວ່າ: ເພື່ອຮັບ ປະກັນໃຫ້ແກ່ການດຳເນີນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29 ແລະ ກອງປະຊຸມ ສຸດຍອດອື່ນໆ ໃຫ້ມີຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນທຸກໆດ້ານ, ໄດ້ວາງກຳລັງຕຳຫລວດຈະ ລາຈອນ
ຫລາຍກວ່າ 350 ຄົນ, ປະຈຳຢູ່ຕາມຈຸດ 3ແຍກ, 4ແຍກ ແລະ ຈຸດທີ່ມີການສັນຈອນແອອັດ, ເພື່ອຊ່ວຍລະບາຍການຈະລາຈອນ, ການເປີດທາງໃຫ້ແຂກ ແລະ ການນຳໄປເຖິງຈຸດໝາຍຢ່າງປອດໄພ, ເອົາໃຈໃສ່ແກ້ໄຂບັນຫາການຈະລາຈອນໃຫ້ມີຄວາມໂລ່ງລຽນໃນທຸກດ້ານ. ສຳລັບເສັ້ນທາງສາຍຫລັກຄື: ແຕ່ສະໜາມ ບິນ-ໂຮງແຮມແລນມາກ (ຖະໜົນສຸພານຸວົງ-ເສດຖາທິລາ), ແຕ່ສາມແຍກດອນຈັນ-ແຍກສະຫລອງໄຊ (ຖະໜົນເຈົ້າຟ້າງຸ່ມ), ໄຟແດງຫໍຄຳ-ໄຟແດງດົງໂດກ (ຖະໜົນລ້ານຊ້າງ-ໄກສອນ), ໄຟແດງໜອງໜ່ຽງ-ວົງວຽນໂທລະພາບແຫ່ງຊາດ, ທາດຂາວ-ຫລັກ 2 (ຖະໜົນ 3 ແສນໄທ), ສ່ວນເສັ້ນທາງສຳຮອງ ເລີ່ມແຕ່ບ້ານອາກາດ-ໄຟແດງໂພນສະອາດ, 3 ແຍກປາກປາສັກ-ໂຮງແຮມແລນມາກ, ໂພນທັນ-ຂົວຮ່ອງແຊງ, ແຄມຂອງ-ວົງວຽນ 450 ປີ. ເສັ້ນທາງທີ່ກ່າວມານີ້ ແມ່ນບໍ່ອະນຸຍາດໃຫ້ຈອດລົດຕາມແຄມທາງຢ່າງເດັດຂາດ. ສະນັ້ນ ເພື່ອເປັນເຈົ້າພາບທີ່ດີ ແລະ ຮັກສາສະຫງົບຄວາມປອດໄພ ຈຶ່ງຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນຫ້າມບໍ່ໃຫ້ຈອດລົດຕາມແຄມທາງ, ເທິງຟຸດບາດ ແລະ ບໍລິເວນເສັ້ນທາງຄັບແຄບອື່ນໆ, ເພື່ອຄວາມເປັນລະບຽບຮຽບຮ້ອຍ, ແຕ່ຖ້າຫາກລະເມີດ, ຝ່າຝືນ ແມ່ນຈະໄດ້ມີການລ໋ອກລໍ້ລົດ ແລະ ເອົາລົດມາລາກແກ່ອອກໄປ, ພ້ອມທັງປັບໄໝຕາມລະບຽບຫລັກການ.

No comments:

Post a Comment