Ad

Ad

25 August 2016

ອຸຕຸເຕືອນຫລາຍທ້ອງຖິ່ນໃຫ້ເຝົ້າລະວັງລະດັບແມ່ນ້ຳຢ່າງໃກ້ຊິດ

          ເນື່ອງຈາກໃນໄລຍະນີ້ ມີສະພາບຝົນຕົກໃນລະດັບປານກາງຫາຕົກໜັກຢູ່ບັນດາແຂວງພາກເໜືອ, ເຮັດໃຫ້ແມ່ນ້ຳສາຂາຕ່າງໆຂຶ້ນສູງກາຍເຂດລະວັງໄພ ແລະ ລົ້ນຖ້ວມຢູ່ຫລາຍທ້ອງຖິ່ນ, ຈາກນັ້ນ ກໍໄຫລລົງສູ່ແມ່ນ້ຳຂອງ ໄດ້ເຮັດໃຫ້ລະດັບແມ່ນ້ຳຂອງຂຶ້ນສູງ ແລະ ໄດ້ມີບາງແຂວງຂຶ້ນໃກ້ເຂດລະວັງໄພແລ້ວ.

          ມາຮອດວັນທີ 24 ສິງຫາ 2016, ໜ່ວຍງານວັດແທກລະດັບນ້ຳ, ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ລາຍງານວ່າ: ຢູ່ນະຄອນຫລວງວຽງຈັນ ແທກໄດ້ 9,60 ແມັດ, ຫລວງພະບາງ 12,64 ແມັດ, ປາກຊັນ 12,39 ແມັດ, ທ່າແຂກ 11,22 ແມັດ, ຂົວເຊ 15,10 ແມັດ ແລະ ໜ້າເຂື່ອນນ້ຳງື່ມ 207,79 ແມັດ, ຊຶ່ງໂຕເລກນີ້ ແມ່ນຍັງຕ່ຳກວ່າເຂດລະວັງໄພ 2-5 ແມັດ, ເຖິງ
ຢ່າງໃດ ກໍຄວນຕິດ ຕາມ ແລະ ເຝົ້າລະວັງລະດັບນ້ຳຢ່າງເປັນປົກກະຕິ, ຍ້ອນສະພາບຝົນໃນໄລຍະນີ້ ຍັງຕົກບໍ່ຂາດຊ້ວງ. ນອກນີ້ ຍັງມີບາງຈຸດທີ່ນ້ຳຂຶ້ນສູງກາຍເຂດລະວັງໄພ ແລະ ເຂດອັນຕະລາຍເຊັ່ນ: ນ້ຳເຊໂດນ ເມືອງຄົງເຊໂດນ, ເຊບັ້ງໄຟ ຂົວເຊບັ້ງໄຟ, ນ້ຳຊັນ ເມືອງບໍລິຄັນ, ນ້ຳຊອງ ເມືອງວັງວຽງ ແລະ ນ້ຳຄານ, ຊຶ່ງເຮັດໃຫ້ມີນ້ຳຖ້ວມໄຫລຊຸແຮງ ແລະ ຖ້ວມຍຶ່ງໃນເຂດດັ່ງກ່າວອີກດ້ວຍ.

No comments:

Post a Comment