Ad

Ad

23 August 2016

ຕັກກະແຕນຝູງຍັງສືບຕໍ່ລະບາດ ແລະ ທຳລາຍພືດຜົນການຜະລິດຂອງປະຊາຊົນຢູ່ ແຂວງຫົວພັນ ແລະ ຫຼວງພະບາງ

ພາບປະກອບ
          ຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ ແລະ ແຂວງຫຼວງພະບາງ ເປີດ ເຜີຍຕໍ່ນັກຂ່າວ ພວກເຮົາທ້າຍອາທິດຜ່ານມານີ້ວ່າ: ຕັກກະແຕນຝູງຍັງສືບຕໍ່ລະບາດ ແລະ ທຳລາຍພືດຜົນການຜະລິດຂອງປະຊາຊົນຢູ່ໃນ ສອງແຂວງດັ່ງກ່າວ, ສະເພາະຢູ່ແຂວງຫົວ ພັນເລີ່ມມີການລະບາດນັບແຕ່ປີ 2014 ເປັນຕົ້ນມາ, ໃນເບື້ອງຕົນມີການລະບາດພຽງເມືອງດຽວ, ແຕ່ມາຮອດປັດຈຸບັນແມ່ນມີການລະບາດຂະຫຍາຍໄປ 6 ເມືອງຄື: ເມືອງຊຳເໜືອ, ວຽງໄຊ, ເມືອງແອດ, ຫົວເມືອງ, ເມືອງຊ່ອນ ແລະ ເມືອງຮ້ຽມ, ຊຶ່ງມີຫຼາຍກວ່າ 66 ບ້ານ, ຊຶ່ງມາຮອດດຽວນີ້ມີເນື້ອທີ່ປ່າໄມ້ປ່ອງ, ເຂົ້າໄຮ່ ແລະ ພືດຜົນຂອງປະຊາ ຊົນຖືກຕັກກະແຕນກິນເສຍຫາຍແລ້ວຫລາຍກວ່າ 700 ເຮັກຕາ ແລະ ຄາດວ່າຈະຂະຫຍາຍອອກສູ່ວົງກວ້າງຂຶ້ນເລື້ອຍໆ, ເຖິງຢ່າງໃດ
ກໍຕາມປັດຈຸບັນພາກ ສ່ວນກ່ຽວຂ້ອງກໍຄືພະແນກກະສິກຳ ແລະ ປ່າໄມ້ແຂວງໄດ້ເອົາໃຈໃສ່ໃນການກຳຈັດ ແລະ ສະກັດກັ້ນການລະບາດຂອງຝຸງຕັກກະແຕນຢ່າງຮີບດ່ວນ, ດ້ວຍການລົງສົມທົບກັບອຳນາດການປົກຄອງເມືອງ ແລະ ບ້ານທີ່ມີການລະບາດເພື່ອທຳລາຍຝຸງຕັກກະແຕນ, ດ້ວຍການດັກຈັບ ແລະ ພົ່ນຢາຂ້າແຕ່ກໍສາ ມາດກຳຈັດໄດ້ພຽງສ່ວນໃດໜຶ່ງເທົ່ານັ້ນ ແລະ ຜ່ານມາເຖິງວ່າລັດຖະ ບານ,ກໍຄືປະເທດເພື່ອນບ້ານ ແລະ ອົງການຈັດຕັ້ງຕ່າງໄດ້ສະໜອງງົບປະມານ  ແລະ ອຸປະກອນເພື່ອນຳໃຊ້ເຂົ້າໃນວຽກງານດັ່ງ ກ່າວ, ແຕ່ກໍຍັງບໍ່ທັນພຽງພໍກັບການປະຕິບັດວຽກຕົວຈິງ, ໂດຍສະເພາະແມ່ນນ້ຳຢາຂ້າຕັກກະແຕນ, ເຄື່ອງພົ່ນຢາ ແລະ ອື່ນໆ.

          ສຳລັບຢູ່ແຂວງຫຼວງພະບາງແມ່ນຍັງມີການລະບາດຂອງຕັກກະແຕນຝຸງຢູ່ 6 ເມືອງຄື: ເມືອງໂພນທອງ, ວຽງຄຳ, ເມືອງງອຍ, ປາກແຊງ, ປາກໂອ ແລະ ໂພນໄຊ,ຊຶ່ງມາຮອດປັດຈຸບັນຕັກກະ ແຕນໄດ້ກັດກິນ ແລະ ທຳລາຍພືດຜົນ ຂອງປະຊາຊົນແລ້ວຫຼາຍກວ່າ 117 ເຮັກຕາ ແລະ ຕັກກະແຕນໄດ້ມີການເຄື່ອນຍ້າຍເພື່ອທຳລາຍພືດຜົນຂອງປະຊາຊົນເພີ່ມຫຼາຍຂື້ນ, ຂະນະທີ່ພາກສ່ວນກ່ຽວຂ້ອງ ກໍຄືພະແນກກະສິກຳແຂວງກໍໄດ້ເອົາໃຈໃສ່ປາບ ແລະ ທຳລາຍຕັກກະແຕນຢູ່ເຂດທີ່ມີການລະບາດເຊັ່ນດຽວກັບແຂວງຫົວພັນ, ແຕ່ກໍສາມາດກຳຈັດໄດ້ພຽງສ່ວນໜຶ່ງເທົ່ານັ້ນ, ເນື່ອງຈາກພົບຄວາມຍຸງຍາກໃນການກຳຈັດຄື: ເວລາສີດຢາຂ້າຕັກກະແຕນໄດ້ບິນຂີ້ນໄປຢູ່ໃນທີ່ສູງເຮັດໃຫ້ການພົ່ນຢາບໍ່ສາມາດເຂົ້າເຖິງ, ບວກກັບຕັກກະແຕນໄດ້ມີການວາງໄຂຂະຫຍາຍພັນເພີ່ມຂຶ້ນເລື້ອຍໃນແຕ່ລະໄລຍະ, ຈຶ່ງຍາກທີ່ຈະກຳຈັດໃຫ້ໝົດ, ແຕ່ໜ່ວຍງານກ່ຽວຂ້ອງກໍເອົາໃຈໃສ່ຢ່າງເຕັມທີ່ແລ້ວ, ຂະນະທີ່ງົບປະມານ ແລະ ນ້ຳຢາພົ້ນຂ້າຕັກກະແຕນແມ່ນບໍ່ພຽງພໍ.

No comments:

Post a Comment