Ad

Ad

25 August 2016

ນັກຮຽນລາວຊະນະເລີດຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ

            ການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ, ໄດ້ຈັດຂຶ້ນໃນວັນທີ 24 ສິງຫານີ້ທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍມີບັນດານ້ອງນັກຮຽນຈາກໂຮງຮຽນມັດທະ ຍົມຕອນປາຍທັງພາກລັດ ແລະ ເອກະຊົນ ຂອງ 10 ປະເທດອາຊຽນເຂົ້າຮ່ວມແຂ່ງຂັນ ແລະ ຜົນການແຂ່ງຂັນປະກົດວ່ານ້ອງນັກຮຽນຈາກ ສ ປປ ລາວ ຄື: ນາງ ສິລິພອນ ສິດທິພອນ ມາຈາກໂຮງ ຮຽນນິລະດາ, ນາງ ແອນຕິກາ ໄຊຍະພອນ ຈາກ ມສ ປາກເຊ ແລະ ທ້າວ ຈັນຈະເລີນ ລາດສະພອນ ຈາກ ມສ ສະຫວັນນະເຂດ ສາມາດຍາດໄດ້ອັນດັບ 1 ໂດຍໄດ້ຮັບທຶນການສຶກສາຈໍານວນ 1.500 ໂດລາສະຫະລັດ, ອັນດັບ 2 ແມ່ນນັກຮຽນຈາກຟິລິປີນ ໄດ້ຮັບທຶນການສຶກສາຈໍານວນ 1.200 ໂດລາສະຫະລັດ ແລະ ອັນດັບ 3 ແມ່ນນັກຮຽນຈາກຣາຊະອານາຈັກໄທ, ໄດ້ຮັບທຶນການສຶກສາ 900 ໂດລາສະຫະລັດ.


            ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ການແຂ່ງດັ່ງກ່າວເປັນການສ່ອງແສງໃຫ້ເຫັນກ່ຽວກັບຄວາມເປັນມາ ແລະ ວິວັດທະ ນາການທາງດ້ານປະຫວັດສາດ, ສັງຄົມ, ວັດທະນະທຳ, ການເມືອງ ແລະ ເສດຖະກິດ ພາຍໃນຂົງ ເຂດອາຊີຕະເວັນອອກສ່ຽງໃຕ້. ນອກຈາກນີ້ ຍັງເປັນໂອກາດທີ່ດີໃຫ້ແກ່ນ້ອງນັກຮຽນໄດ້ພົບປະຮຽນຮູ້ກັບໜູ່ເພື່ອນໄວດຽວກັນເພື່ອຍົກສູງທັກສະການສື່ສານ ແລະ ແລກປ່ຽນທາງດ້ານວັດທະນະທຳ, ຮີດຄອງປະເພນີອັນດີງາມເຊິ່ງກັນ ແລະ ກັນອີກດ້ວຍ.

No comments:

Post a Comment