Ad

Ad

19 August 2016

ນາຍົກລັດຖະມົນຕີເນັ້ນໃຫ້ຂະແໜງການເງິນເອົາໃຈໃສ່ປະຕິບັດວິໃນດ້ານການເງິນຢ່າງເຄັ່ງຂັດ


        ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ຄະນະນຳ ແລະ ພະນັກງານໃນຂະແໜງການເງິນເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຈົ່ງຮັກພັກດີ ແລະ ມີວິໃນດ້ານການເງິນຢ່າງເຄັ່ງຄັດ, ພາຍຫລັງເຫັນວ່ານັບແຕ່ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ VII (2011-2015) ແມ່ນຂະຫຍາຍຕົວຊ້າ, ການເງິນຂາດສະພາບຄ່ອງ ຍ້ອນເກັບລາຍຮັບບໍ່ໄດ້, ໜີ້ສິນໂຄງການລົງທຶນຂອງລັດສູງ, ຂະນະດຽວກັນ ບັນດາວິສາຫະກິດ ແລະ ທະນາຄານທຸລະກິດລັດ ສ່ວນໃຫຍ່ຕົກຢູ່ໃນສະພາບຂາດທຶນ.

          ການເນັ້ນຕໍ່ບັນຫາສຳຄັນດ່ັງກ່າວຂອງທ່ານນາຍົກລັດຖະມົນຕີມີຂຶ້ນໃນໂອກາດໂອ້ລົມຕໍ່ກອງປະຊຸມວຽກງານງົບປະມານ ແລະ ຄັງເງິນທົ່ວປະເທດໃນວັນທີ 18 ສິງຫານີ້, ຊຶ່ງທ່ານໄດ້ກ່າວວ່າ:
ພາຍຫລັງລັດຖະບານຊຸດໃໝ່ໄດ້ຖະແຫລງນະໂຍບາຍຕໍກອງປະຊຸມສະພາແຫ່ງຊາດ ຄັ້ງປະຖົມມະລຶກ ແລະ ໄດ້ເລີ່ມປະຕິບັດໜ້າທີ່ມາເປັນເວລາ 3 ເດືອນກວ່າແລ້ວ ເຫັນວ່າໄດ້ສຸມໃສ່ແກ້ໄຂບັນຫາຫຍຸ້ງ ຍາກຂອງປະເທດຫລາຍດ້ານເປັນຕົ້ນ ຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ, ວຽກງານເກັບລາຍຮັບເຂົ້າງົບປະມານ, ການເງິນ, ບັນຫາໄມ້, ໄຟຟ້າ, ນ້ຳມັນ, ພາຫະນະ ແລະ ອື່ນໆ ໄດ້ຜ່ອນ ຄາຍລົງເລັກໜ້ອຍ, ແຕ່ແນວໃດກໍຕາມ ສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີນີ້ ຍັງສືບຕໍ່ມີຄວາມຫຍຸ້ງຍາກຫລາຍ, ຍ້ອນໄດ້ຮັບຜົນພວງການຂາດດຸນງົບປະມານໃນໄລຍະສອງ-ສາມປີຜ່ານມາ, ໂດຍສະເພາະການຈັດຕັ້ງປະຕິບັດມາຮອດ 10 ເດືອນເຫັນວ່າມີຄວາມສ່ຽງສູງທີ່ຈະບໍ່ສາມາດປະຕິບັດໄດ້ຕາມແຜນດັດແກ້ຂອງສະພາແຫ່ງຊາດ. ແນວໃດກໍຕາມປີ 2016 ແມ່ນໄລຍະທີ່ມີຄວາມສຳຄັນຫລາຍເພາະວ່າເປັນປີທຳອິດຂອງການຈັດຕັ້ງປະຕິບັດມະຕິ 10 ຂອງພັກ, ແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 8 (2016-2020) ພວກເຮົາຈະຕ້ອງເຮັດທຸກສິ່ງຢ່າງເພື່ອໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ມີບາດລ້ຽງໃໝ່ຢ່າງຕັ້ງໜ້າ ເພື່ອເປັນພື້ນຖານທີ່ໜັກແໜ້ນໃຫ້ແກ່ການພັດທະນາປະເທດຊາດໄປຖືກທິດ ແລະ ໝັ້ນທ່ຽງ. ສະນັ້ນ ຈຶ່ງຮຽກຮ້ອງໃຫ້ຄະນະພັກ-ຄະນະນຳໃນຂະແໜງການເງິນຕ້ອງເຊີດຊູຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນກວ່າເກົ່າຄື: ສຸມໃສ່ສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ພະນັກງານລັດຖະກອນຂອງຂະແໜງການເງິນ ໃນຂອບເຂດທົ່ວປະເທດມີຄວາມຈົ່ງຮັກພັກດີ, ມີຈັນຍາບັນ, ປະຕິບັດວິໄນດ້ານການເງິນຢ່າງເຄັ່ງຄັດ, ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແລະ ຖືເອົາຜົນປະໂຫຍດປະເທດຊາດເປັນຫລັກ, ໃຫ້ແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານຂົງເຂດການເງິນໃຫ້ເປັນຮູບປະທຳ, ໂດຍສະເພາະແມ່ນພະນັກງານທີ່ຂາດຕົກບົກຜ່ອງ, ຂາດວິໄນການເງິນ, ທັງການຖືຜົນປະໂຫຍດສູງ, ຂາດຄວາມຮັບຜິດຊອບ, ສົມຮູ້ຮ່ວມຄິດກັບຜູ້ປະກອບການ, ເຮັດຜິດລະບຽບກົດໝາຍ, ສືບຕໍ່ປັບປຸງພາລະບົດບາດຂອງກະຊວງການເງິນໃຫ້ສອດຄອ່ງກັບການປັບປຸງກົງຈັກການຈັດຕັ້ງຂອງລັດ ຖະບານຊຸດໃໝ່, ແບ່ງຄວາມຮັບຜິດໃຫ້ຈະແຈ້ງກ່ຽວກັບວຽກງານທີ່ດິນກັບກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ. ວຽກງານປັບປຸງທຸລະກິດແມ່ນໃຫ້ແບ່ງຄວາມຮັບຜິດຊອບຈະແຈ້ງ ລະຫວ່າງສູນກາງ ແລະ ທ້ອງຖິ່ນຕາມທິດນຳສາມສ້າງ, ສູນກາງເຮັດວຽກຄຸ້ມຄອງມະຫາພາກ, ອອກລະບຽບກົດໝາຍ ແລະ ຕິດຕາມການຈັດຕັ້ງປະຕິບັດ, ກະຊວງການເງິນເປັນເສນາທິການໃຫ້ລັດຖະບານ ແລະ ຕ້ອງເປັນກຳລັງແຮງໃນການຄຸ້ມຄອງມະຫາພາກ ເພື່ອຂັບເຄື່ອນເສດຖະກິດ, ໂດຍບັນດາກົມຕ້ອງໄດ້ເອົາໃຈໃສ່ຕໍ່ກັບການຄົ້ນຄວ້າ ມະຫາພາກໃຫ້ເລິກເຊິ່ງ, ຮີບຮ້ອນຄົ້ນຄວ້າປັບປຸງລະບຽບການຕ່າງໆໃຫ້ກະທັດຫັນ ບົນພື້ນຖານອຳນວຍຄວາມສະດວກໃນການບໍລິການລັດ, ບໍລິການພາກທຸລະກິດຢ່າງໂປ່ງໃສ, ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານລວມສູນ ຕາມກົດໝາຍ, ບໍ່ອະນຸ ຍາດໃຫ້ຂະແໜງການ ແລະ ທ້ອງຖິ່ນ ຮັກສາລາຍໄດ້ ຫລື ສ້າງຄັງໄວ້ນອກງົບປະມານ, ບໍ່ອະນຸຍາດໃຫ້ຈ່າຍນອກແຜນງົບປະມານທີ່ສະພາແຫ່ງຊາດຮັບຮອງ ເຄັ່ງຮ້ອນຫັນການຄຸ້ມຄອງການເງິນໄປສູ່ທັນສະໄໝ, ທັງຂົງເຂດລາຍຮັບ ແລະ ຂົງເຂດລາຍຈ່າຍ, ປັບປຸງລະບົບທີ່ມີຢູ່ໃນປັດຈຸບັນ ແລ້ວຜັນຂະຫຍາຍໄປສູ່ຫົວໜ່ວຍຂະແໜງທຸລະກິດຕົວຈິງ. ລັດຖະບານເຫັນດີໃຫ້ປັບປຸງວິທີການເກັບອາກອນມູນຄ່າເພີ່ມຈາກຫົວໜ່ວຍຕ່າງໆແບບທັນສະໄໝ, ສຳລັບການຈັດຕັ້ງປະຕິບັດແຜນງົບປະມານ 2 ເດືອນສຸດທ້າຍ ສົກປີ 2015-2016 ແລະ ສາມເດືອນຂ້າມຜ່ານນັ້ນ ຕ້ອງໄດ້ຂຸ້ນຂ້ຽວ ຊຸມທຸກກຳລັງແຮງເກັບລາຍຮັບໃຫ້ໄດ້ໄກ້ຄຽງກັບແຜນດັດແກ້, ຢ່າງໜ້ອຍບໍ່ຫລຸດ 95%, ສ່ວນດ້ານລາຍຈ່າຍ ໃຫ້ສຸມໃສ່ການເບີກຈ່າຍເງິນເດືອນ, ເງິນບຳນານໃຫ້ທັນກຳນົດເວລາທຸກໆເດືອນ, ນອກຈາກນີ້ ແຕ່ລະຂະແໜງການ ແລະ ທ້ອງຖິ່ນເຄັ່ງການປະຫຍັດ, ເຖິງວ່າມີໃນແຜນແລ້ວກຕາມ, ຖ້າໜ້າວຽກໃດບໍ່ໄດ້ປະຕິບັດຕົວຈິງແມ່ນບໍໃຫ້ສ້າງໃບມາຂໍຖອນເງິນ, ຖ້າເຮັດຖືວ່າຜິດວິໃນການເງິນ, ເຊິ່ງການປະຢັດນີ້ຈະຊ່ວຍໃຫ້ການຂາດດຸນງົບປະມານໜ້ອຍລົງໃນສະພາບທີ່ເກັບລາຍຮັບບໍ່ໄດ້ຕາມແຜນ. ສຳລັບ ການສ້າງແຜນງົບປະມານສົກປີ 2017 ແມ່ນຕ້ອງແທດເໝາະຕົວຈິງ, ແຜນລາຍຈ່າຍຕ້ອງຈຳກັດທີ່ສຸດ ໃຫ້ເພີ່ມສະເພາະເງິນເດືອນ, ເງິນອຸດໝູນ, ເງິນອຸດໝູນນາຍບ້ານ ແລະ ເບ້ຍລ້ຽງນັກຮຽນຕາມທີ່ລັດຖະ ບານໄດ້ປະກາດແລ້ວ, ພ້ອມນັ້ນ ຊອກວິທີແກ້ໄຂສະພາບຄ່ອງງົບປະມານ ຊຳລະສະສາງໃຫ້ໄວ ແລະ ທັນກຳນົດເວລາ ເພື່ອໃຫ້ປະສິດທິຜົນຂອງງົບປະມານສູງຂຶ້ນ, ສືບຕໍ່ປະຕິບັດການເກັບລາຍຮັບໃຫ້ເຂັ້ມງວດ, ຄົບຖ້ວນແທ້, ໃຫ້ບັນດາແຂວງເປັນເຈົ້າການຊີ້ນຳການເກັບຖານລາຍຮັບຕົວຈິງຢູ່ແຂວງໃຫ້ຄົບຖ້ວນ, ຫັນໄປສູ່ທັນສະໄໝໃຫ້ໄວກວ່າເກົ່າ. ຖ້າເຫັນພາກສ່ວນໃດ ເຊື່ອງອຳລາຍຮັບໃຫ້ປະຕິບັດວິໄນ ຕາມລະບຽບກົດໝາຍ.

No comments:

Post a Comment