Ad

Ad

25 August 2016

ທົ່ວປະເທດປັກດໍານາປີແລ້ວຫຼາຍກວ່າ 96%

            ກົມປູກຝັງກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ເຖິງວ່າບາງທ້ອງຖິ່ນຈະໄດ້ຮັບຜົນກະ ທົບຈາກໄພທໍາມະຊາດ ກໍຄືໄພນ້ຳຖ້ວມ, ເຊິ່ງໄດ້ເຮັດໃຫ້ເນື້ອທີ່ການຜະລິດກໍຄືເນື້ືອທີ່ນາໄດ້ຮັບຜົນເສຍຫາຍກວ້າງຂວາງ, ແຕ່ແນວໃດກໍຕາມ ເຫັນວ່າຍັງມີກະສິກອນຫຼາຍທ້ອງຖິ່ນທີ່ມີເງື່ອນໄຂໄດ້ສືບຕໍ່ລົງມືປັກດຳເຂົ້ານາປີຢ່າງເປັນຂະບວນຟົດຟື້ນ, ຊຶ່ງມາຮອດປັດຈຸບັນກະສິກອນໃນທົ່ວປະເທດສາມາດປັກດຳເຂົ້ານາປີຂອງຕົນສຳເລັດແລ້ວຫຼາຍກວ່າ 752 ພັນເຮັກຕາເທົ່າກັບ 96% ຂອງເນື່ອທີ່ແຜນການທັງໝົດ 787 ພັນກວ່າເຮັກຕາ, ພົ້ນເດັ່ນກວ່າໝູ່ແມ່ນບັນດາແຂວງພາກກາງສາມາດປັກດຳໄດ້ແລ້ວຫຼາຍກວ່າ 440 ພັນເຮັກຕາເທົ່າກັບ 97% ຂອງ
ແຜນການ, ພາກໃຕ້ປະຕິບັດໄດ້ 207 ພັນກວ່າເຮັກຕາເທົ່າກັບ 96%, ພາກເໜືອປະຕິບັດໄດ້ 104 ພັນກວ່າເຮັກຕາເທົ່າກັບ 96% ແລະ ຄາດວ່າການປັກດຳເຂົ້ານາປີຈະສໍາເລັດພາຍໃນເດືອນນີ້, ຂະນະທີ່ຂະແໜງກະສິກຳ ແລະ ປ່າໄມ້ແຕ່ລະທ້ອງຖິ່ນ ແມ່ນໄດ້ສົ່ງພະນັກງານວິຊາການຕົນລົງຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນໃຫ້ດຳເນີນໄປຢ່າງແຂງແຮງເພື່ອໃຫ້ບັນລຸຕາມແຜນການວາງໄວ້, ໂດຍສະເພາະແນະນຳໃຫ້ຊາວກະສິກອນເອົາ
ໃຈໃສ່ບົວລະບັດຮັກສາເຂົ້ານາຂອງຕົນໃຫ້ດີດ້ວຍການໃສ່ຝຸ່ນ ແລະ ເສຍຫຍ້າ ເພື່ອສາມາດຍົກສະມັດຕະ ພາບການຜະລິດໃຫ້ໄດ້ຫລາຍ, ສ່ວນການປູກພືດລະດູຝົນມາຮອດປັດຈຸບັນສາມາດປະຕິບັດໄດ້ຫຼາຍກວ່າ 442 ພັນເຮັກຕາ, ໃນນັ້ນພາກເໜືອປະຕິບັດໄດ້ 238 ກວ່າເຮັກຕາ, ພາກໃຕ້ປະຕິບັດໄດ້ 117 ກວ່າເຮັກຕາ ແລະ ພາກກາງ 87 ກວ່າເຮັກຕາ.

            ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ນອກຈາກສົ່ງພະນັກງານລົງຊຸກຍູ້ການຜະລິດເຂົ້າ ແລະ ປູກພືດລະດຸຝົນແລ້ວ, ຂະແໜງການຕົນຍັງໄດ້ສົ່ງພະນັກງານລົງປະເມີນ ເເລະ ຊ່ວຍເຫຼືອພື້ນຟູເຂດທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນທ້ອງຖິ່ນຕ່າງ ເພື່ອໃຫ້ສາມາດກັບມາປູກພືດຕ່າງໆທົດແທນໂດຍໄວ.

No comments:

Post a Comment