Ad

Ad

24 August 2016

ຍິງລາວ 4 ຄົນຖືກເຈົ້າໜ້າທີ່ໄທຈັບຕົວໃນຂໍ້ຫາຄ້າຢາເສບຕິດ

            ຕາມການລາຍງານຈາກເວບໄຊຂ່າວສົດຂອງປະເທດໄທ ໃຫ້ຮູ້ວ່າ: ເວລາປະມານ 15:00 ໂມງຂອງວັນທີ 22 ສິງຫາຜ່ານມານີ້, ເຈົ້າໜ້າທີ່ລາດຕະເວນຊາຍແດນ ອຸດອນ-ສະກົນນະຄອນ ຈັງຫວັດອຸດອນທານີ, ປະເທດໄທ ໄດ້ຈັບແມ່ຍິງລາວ ຈຳນວນ 4 ຄົນ ພາຍຫລັງລັກລອບນຳຢາເສບຕິດປະເພດຢາບ້າ ຈຳນວນ 13.585 ເມັດເຂົ້າໄປຈຳໜ່າຍຢູ່ປະເທດໄທ. ນອກນີ້ ຍັງມີເງິນສົດ 3 ລ້ານບາດ ( ສະກຸນເງິນໄທ), ໂທລະສັບມືຖືໄອໂຟນ6 ຈຳນວນ 1 ເຄື່ອງ ແລະ ມືຖືຊໍາຊຸງ 3 ເຄື່ອງ, ພ້ອມບັດຜ່ານແດນ ແລະ ພາສປອດ ຈຳນວນ 4 ຫົວ, ອອກຊື່ນາງ ແກ້ວມະນີ ສີຫາລາດ (ແມງມຸມ) ອາຍຸ 25 ປີ, ຢູ່ເມືອງຢູ່ໄຊທານີ, ນາງ ມົນຕີ ສີສັກດາ (ມົນ), ອາຍຸ 45 ປີ, ຢູ່ບ້ານ ນາບົງ, ເມືອງປາກງື່ມ, ນະຄອນຫລວງວຽງຈັນ, ນາງ ບັງອອນ ຂຸນດາວົງ (ນ້ອຍ), ອາຍຸ 47 ປີ, ຢູ່ບ້ານສາລະຄຳໃຕ້, ເມືອງຫາດຊາຍຟອງ ແລະ ນາງ ຈອນ,
ອາຍຸ 53 ປີ, ຢູ່ບ້ານທາດຫລວງໃຕ້, ເມືອງໄຊເສດຖາ, ນະຄອນຫລວງ ວຽງຈັນ. ປັດຈຸບັນ ພວກກ່ຽວແມ່ນຖືກເຈົ້າ ໜ້າທີ່ກັກຕົວໄວ້ດຳເນີນຄະດີຕາມກົດໝາຍ ທີ່ສະຖານນີຕຳຫລວດ, ແຂວງອຸດອນທານີ ປະເທດໄທ.

            ຜ່ານການສືບສວນຂອງເຈົ້າໜ້າທີ່ຮູ້ວ່າ: ພວກກ່ຽວໄດ້ຮ່ວມກັບລັກລອບເອົາຢາເສບຕິດໄປຈຳໜ່າຍໃຫ້ລູກຄ້າຢູ່ຈັງຫວັດອຸດອນທານີ ມາແລ້ວຫລາຍຄັ້ງໂດຍມີການພົວພັນກັບເຄືອຂ່າຍຢາເສບຕິດຢູ່ຈັງຫວັດດັ່ງກ່າວ, ແຕ່ວ່າໃນຄັ້ງນີ້ແມ່ນຖືກເຈົ້າໜ້າທີ່ສາມາດກັກຕົວມາດຳເນີນຄະດີໄດ້.

No comments:

Post a Comment