Ad

Ad

24 August 2016

ທົ່ວປະເທດມີຜູ້ຕິດເຊື້ອໄຂເລືອດອອກແລ້ວຫຼາຍວກ່າ 2,800 ຄົນແລ້ວ


           ຕາມການເປີດເຜີຍຂອງໜ່ວຍເຝົ້າລະວັງພະຍາດກະຊວງສາທາລະນະສຸກໃນທ້າຍອາທິດຜ່ານມາວ່າ: ການລະບາດຂອງພະຍາດໄຂ້ເລືອດອອກໃນທົ່ວປະເທດແມ່ນມີທ່າອ່ຽງເພີ່ມຂື້ນເລື້ອຍໆຄື: ນັບແຕ່ເດືອນມັງກອນມາຮອດປັດຈຸບັນທົ່ວປະເທດມີຜູ້ຕິດເຊື້ອໄຂ້ເລືອດອອກແລ້ວຫຼາຍກວ່າ 2.800 ກໍລະນີ, ເພີ່ມຂຶ້ນຈາກເດືອນກ່ອນເຖິງ 500 ກວ່າ ກໍລະນີ ແລະ ມີຜູ້ເສຍຊີວິດແລ້ວ 9 ຄົນໃນນັ້ນຮ້າຍແຮງກວ່າຫມູ່ຍັງແມ່ນຢູ່ແຂວງຈຳປາກຊຶ່ງມີຜູ້ຕິດເຊື້ອເພີ່ມເປັນ 1.090 ກວ່າກໍລະນີ ແລະ ເສຍຊີວິດແລ້ວ 7 ຄົນ, ບໍລິຄຳໄຊ 400 ກໍລະນີເສຍຊີວິດ 1 ຄົນ, ຄຳມ່ວນ 300 ກວ່າກໍລະນີ, ນະຄອນ ຫຼວງວຽງຈັນ 260   ກວ່າກໍລະນີ, ສະຫວັນນະເຂດ 220 ກວ່າກໍລະນີ, ສາລະວັນ 130 ກວ່າກໍລະນີ້, ເສຍຊີວິດ 1 ຄົນ, ເຊກອງ 96 ກໍລະນີ, ອັດຕະປື 83 ກໍລະນີ, ຫຼວງພະບາງ 85 ກໍລະນີ, ອຸດົມໄຊ 65 ກໍລະນີ, ຫຼວງນ້ຳທາ 22 ກໍລະນີແຂວງວຽງຈັນ 47 ກໍລະນີໄຊຍະບູລີ 13 ກໍລະນີ, ສ່ວນແຂວງອື່ນໆກໍມີຜູ້ຕິດເຊື້ອເພີ່ມພຽງເລັກນ້ອຍ, ປັດຈຸບັນພາກສ່ວນກ່ຽວ
ຂ້ອງໄດ້ເອົາໃຈໃສ່ໃນການຄວບຄຸມການລະບາດຂອງພະຍາດດັ່ງກ່າວຢ່າງໃກ້ຊິດ, ໂດຍສະເພາະແມ່ນຢູ່ເຂດທີ່ມີຄວາມສ່ຽງທີ່ຈະເກີດການລະບາດຂອງພະຍາດັ່ງກ່າວ, ເປັນຕົ້ນໄດ້ເພີ່ມທະວີການປະສານສົບທົບກັບອຳນາດການປົກຄອງທ້ອງຖິ່ນໃນການເອົາໃຈໃສ່ກຳຈັດແຫຼ່ງເພາະພັນຂອງຍຸງລາຍທີ່ເປັນພາຫະນຳເຊື້ອໃຫ້ມີປະສິດທິຜົນ, ດ້ວຍການປະຕິບັດຕາມຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດຄື: 1 ປິດຝາພາຊະນະທີ່ມີນ້ຳພາຍໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່, 2 ປ່ຽນນ້ຳ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້ເຢັນ, ຖ້ານຮອງຈອກນ້ຳ3 ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳຍຸງລາຍ4 ປັບປຸງບໍ່ໃຫ້ມີນ້ຳຄ້າງ, ນ້ຳຂັງໃນກະໂປະກະປ໋ອງ, ຮາງລິນ ແລະ ຢ່າງຕີນລົດເກົ່າ,   5 ປະຕິບັດເປັນປະຈຳທຸກໆອາທິດ ແລະ ຖ້າຫາກເປັນໄຂ້ໃຫ້ໄປປິ່ນປົ່ວຢູ່ໂຮງໝໍ ຫຼື ສຸກສາລາໃກ້ບ້ານ, ພ້ອມທັງເຮັດທຸກວິທີ່ເພື່ອປ້ອງກັນຕົນເອງ ແລະ ຄົນທີ່ທ່ານຮັກຈາກພະຍາດດັ່ງ ກ່າວ, ໂດຍການບໍ່ໃຫ້ຍຸງກັດ.

No comments:

Post a Comment