Ad

Ad

26 May 2016

ລາວເທບຈະເລີນ ປະກັນໄພ ໃຫ້ບໍລິການດ້ວຍຄວາມໂປ່ງໃສ, ວ່ອງໄວ ແລະ ທັນສະໄໝ


        ບໍລິສັດ ລາວເທບຈະເລີນ ປະກັນໄພ ຈຳກັດ, ເປັນບໍລິສັດປະກັນໄພພຽງໜຶ່ງດຽວ ທີ່ເປັນຂອງຄົນລາວລົງທຶນເອງດ້ວຍຄວາມພ້ອມທາງດ້ານການເງິນຢ່າງສົມບູນ ແບບ, ພະນັກງານມີປະສົບການ ແລະ ຊ່ຽວຊານໃນການບໍລິການທຸລະກິດແບບທັນສະໄໝ, ມີມາດຕະຖານສາກົນ ຍາມໃດກໍໄດ້ເນັ້ນຄວາມໂປ່ງໃສ, ວ່ອງໄວ, ຈິງໃຈ ແລະ ແທດເໝາະກັບຫົວໜ່ວຍທຸລະກິດ ແລະ ສັງຄົມຂອງລາວໃນປັດຈຸບັນ ແລະ ອະນາຄົດ.  
          ທ່ານ ຂັນທອງລືໄຊ ອິນທະວົງ ອຳນວຍການບໍລິສັດປະກັນໄພດັ່ງກ່າວ, ໄດ້ໃຫ້ສຳພາດເຖິງຄວາມເປັນມາຂອງບໍລິສັດ, ເມື່ອວັນທີ 25 ພຶດສະພານີ້ວ່າ: ລາວເທບຈະເລີນ ເປັນບໍລິສັດປະກັນໄພທີ່ໄດ້ຮັບການກໍ່ຕັ້ງຂຶ້ນໃໝ່ດ້ວຍການລົງທຶນ 100% ຂອງເອກກະຊົນລາວເຮົາເອງ, ຊຶ່ງໃຫ້ການບໍລິການປະກັນໄພທົ່ວໄປ ແລະ ປະກັນໄພຊີວິດ ແກ່ລູກຄ້າທັງແບບ ສ່ວນບຸກຄົນ ແລະ ແບບທຸລະກິດ, ເຊິ່ງໄດ້ເປີດໃຫ້ບໍລິການຢ່າງເປັນທາງການໃນວັນທີ 7 ມີນາ 2016, ໂດຍໄດ້ຮັບອະນຸຍາດຈາກ
ກະຊວງແຜນການ ແລະ ການລົງທຶນ, ດ້ວຍທຶນຈົດທະບຽນ 40 ຕື້ກີບ ດ້ວຍຜະລິດຕະພັນປະກອບມີ: ປະກັນ ໄພລົດ, ທີ່ຢູ່ອາ, ການເດີນທາງ, ສ່ວນບຸກຄົນແບບເປັນກຸ່ມ, ອຸປະຕິເຫດແຮງງານ, ສິນຄ້າໃນລະຫວ່າງການຂົນສົ່ງ, ຄວາມສ່ຽງຂອງອຸປະກອນ, ຄວາມຮັບຜິດຊອບທາງແພ່ງ, ປະກັນໄພອັກຄີໄພ, ການຂົນສົ່ງສິນຄ້າ, ປະກັນໄພນັກຫລີ້ນກ໋ອບ, ການລັກງັດແງະ, ປ້າຍໂຄສະນາ ແລະ ປະກັນໄພຊີວິດ, ຊຶ່ງມີຕົວແທນຈຳໜ່າຍຂອງບໍລິສັດຫລາຍກວ່າ 20 ແຫ່ງໃນທົ່ວປະເທດ, ເພື່ອເປັນການເບິ່ງແຍງ ແລະ ໃຫ້ຄວາມເຊື່ອໝັ້ນຕໍ່ກັບລູກ ຄ້າທີ່ເກີດອຸປະຕິເຫດຕ່າງໆໃນຂອບເຂດທົ່ວປະເທດ, ນອກຈາກນີ້ ບໍລິສັດຍັງມີຫລັກຊັບຄ້ຳປະກັນຄວາມສ່ຽງ ເພື່ອຄວາມໝັ້ນໃຈຂອງລູກຄ້າ ແລະ ຫົວໜ່ວຍທຸລະກິດຕ່າງໆ, ​ໃນທຸກໆບັນຫາ ແລະ ທຸກຜະລິດຕະພັນປະກັນໄພ ເພື່ອແກ້ໄຂບັນຫາຫຍຸ້ງຍາກຕໍ່ກັບປະກັນໄພທີ່ສັງຄົມຄຸ້ນເຄີຍ. ພິເສດ ສຳລັບລູກຄ້າທີ່ເຂົ້າໄປຊື້ປະກັນໄພໃນໄລຍະນີ້ ທາງບໍລິສັດ ຈະມີສ່ວນຫລຸດແບບພິເສດໃຫ້ທຸກທ່ານ ແລະ ໃນທ້າຍເດືອນສິງຫານີ້, ຍັງຈະມີການຈັບສະຫລາກເລືອກເຟັ້ນຫາຜູ້ໂຊກດີຮັບໂທລະສັບມືຖືໄອ​​​​ໂຟນ 6 ​ເອັສຈາກບໍລິສັດອີກດ້ວຍ.
          ລາວເທບຈະເລີນ ປະກັນໄພ ເປັນໜຶ່ງໃນກຸ່ມບໍລິສັດ ລືໄຊ ກໍ່ສ້າງຂົວທາງ ເຄຫາ, ໄຟຟ້າ, ຂາອອກ-ຂາເຂົ້າ ຈຳໜ່າຍລົດຈາກປະເທດຍີ່ປຸ່ນ ແລະ ອາເມລິກາ, ນອກນີ້ ຍັງເປັນກຸ່ມບໍລິສັດທີ່ສະໜອງເຄື່ີອງ ອາໄຫລ່ລົດປະເພດຕ່າງໆ ແບບຂາຍຍົກ ແລະ ຂາຍຍ່ອຍໃຫ້ແກ່ລູກຄ້າທົ່ວປະເທດອີກດ້ວຍ.

No comments:

Post a Comment