Ad

Ad

20 April 2016

ປະກາດ​ແຕ່ງຕັ້ງ​ຮອງ​ອຳນວຍ​ການ​ໂຮງໝໍ​ແມ່ ​ແລະ ​ເດັກ​​ເກີດ​ໃໝ່ 3 ຄົນ

          ​ໃນຕອນບ່າຍຂອງວັນທີ 19 ​ເມສານີ້, ຢູ່ໂຮງໝໍແມ່ແລະເດັກເກີດ​​ໃໝ່, ນະຄອນຫລວງວຽງຈັນໄດ້ມີພິທີປະກາດແຕ່ງຕັ້ງທ່າ ດຣ. ສີວັນໄຊ ຈັນທະວົງສັກ, ທ່ານ ດຣ. ຕຸ້ຍ ຈັນທະລັງສີແລະ ທ່ານ ດຣ. ສຸວັນນະເຮືອງ ສົມບູນ ພະນັກງານວິຊາການຂຶ້ນເປັນຮອງອຳນວຍການໂຮງໝໍດັ່ງກ່າວ, ​ໂດຍການເຂົ້າຮ່ວມຂອງທ່ານເລຂາຄະນະພັກ, ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ດຣ ຄຳພອນ ພຸດທະວົງ, ທ່ານຮອງສາດສະດາຈານ ດຣ. ບົວວັນແສນສະຖິດ ອຳນວຍການໂຮງໝໍແມ່ແລະເດັກ, ພ້ອມດ້ວຍອຳນວຍການໂຮງໝໍອ້ອມຂ້າງກະຊວງສາທາລະນະສຸກເຂົ້າຮ່ວມຢ່າງພ້ອມພຽງເພື່ອປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງສາທາລະນະສຸກ.


          ​ໃນໂອກາດນີ້ ທ່ານຮັກສາການລັດຖະມົນຕີກະຊວງສາທາລະນະສຸກໄດ້ໃຫ້ກຽດໂອ້ລົມຊີ້ນຳໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນຮອງອຳນວຍການໂຮງໝໍແມ່ແລະເດັກເກີດໃໝ່ຄັ້ງນີ້ ຈົ່ງຕັ້ງໜ້າຝຶກຝົນຫລໍ່ຫລອມຄວາມຮູ້ຄວາມສາມາດເພື່ອເລີ່ມຂະຫຍາຍມູນເຊື້ອຄວາມສາມັກຄີຮັກແພງແລະ ຜົນງານອັນດີງາມຂອງໂຮງໝໍດັ່ງກ່າວໃຫ້ສູງເດັ່ນຂຶ້ນໄປເລື້ອຍໆ ພ້ອມທັງຂົນຂວາຍແຫລ່ງທຶນ, ​ເທັກໂນໂລຊີທີ່ທັນສະໄໝເພື່ອມາຮັບໃຊ້ວຽກງານແລະ ການບໍລິການສັງຄົມໃຫ້ນັບມື້ດີຂຶ້ນ.

No comments:

Post a Comment