Ad

Ad

30 March 2016

ບັນຫາພາສາລາວຕ້ອງເດັດໃຫ້ຂາດ ( ຄໍລຳ ບັນຫາຈານແຍ່ )


ໂດຍ : ວິເສດ ສະແຫວງ ສຶກສາ
ໃນບົດກ່ອນໆຈານແຍ່ເວົ້າບໍ່ທັນສຸດເລື່ອງທີ່ໄດ້ຟັງມາກັບຫູຈາກຫລາຍໆກອງປະຊຸມທີ່ມີຜູ້ ໃຫຍ່ໄມ້ສູງຂັ້ນ ທ໋ອບໆ” (ຊອດຈາກຄຳວ່າ Top ພາສາອັງກິດແປວ່າຂັ້ນຍອດໆ, ສູງໆ). ຈານແຍ່ມັກຈະຕົບມືຊົມເຊີຍຕົນເອງທຸກຄັ້ງທີ່ໂຊກດີໄດ້ຕິດຕາມກອງປະຊຸມລະດັບນີ້ ເພາະເປັນ ໂອກາດທີ່ຈະໄດ້ເກັບກ່ຽວເອົາຂໍ້ຄິດໃໝ່ໆໝາດໆຈາກປາກເຫລົ່າຜູ້ນຳໂດຍກົງ. ເທື່ອກ່ອນໆໃນຄໍ ລຳເວທີ ບັນຫາຈານແຍ່ອັນດຽວນີ້ລະຈານແຍ່ໄດ້ເວົ້າສະເໜີຄວາມຄິດເຫັນຂອງຜູ້ນຳຫລາຍ ທ່ານກ່ຽວກັບຄຳວ່າ ຜູ່ກັບ ຜູ້ຄຳໃດຖືກແທ້. ສຸດທ້າຍກໍລົງເອີ່ຍກັນວ່າຕ້ອງໃຊ້ຄຳວ່າ ຜູ້ເພາະເປັນຄຳສັບທີ່ໄດ້ຮັບການຢັ້ງຢືນໃນວັດຈະນານຸກົມທຸກໆສະບັບ ແລະ ເປັນຄຳສັບທີ່ພວກເຮົາໃຊ້ຢ່າງເປັນທາງການມາແລ້ວ ແລະ ກໍບໍ່ຈຳເປັນດອກທີ່ຈະໄປຢ້ານວ່າອາດມີຜູ້ແປຄຳວ່າ ຜູ້ວ່າ ເພດຜູ້ຫລື ໂຕ ເຖິກເພາະ ຜູ້ຍັງມີຄວາມໝາຍວ່າ ຄົນເຊັ່ນ ຜູ້ແທນແປວ່າຄົນທີ່ເປັນຕົວແທນ, “ຜູ້ ໃດແປວ່າຄົນໃດ ?.

ສ່ວນສິ່ງທີ່ໄດ້ຍິນຈາກກອງປະຊຸມຄັ້ງຫວ່າງຢ່ານີ້ ແມ່ນສຽງຈົ່ມທີ່ວ່າພາສາລາວຂອງພວກເຮົາດຽວນີ້ ໄປກັນໃຫຍ່ບໍ່ມີຫົວມີຂາ, ສຸດແລ້ວແຕ່ຜູ້ຊິເວົ້າ-ຜູ້ຊິຂຽນ. ດັ່ງນັ້ນ ມັນຕ້ອງມີອົງການ ຫລື ໜ່ວຍງານທີ່ມີອຳນາດ  ກົກຊີ້ຕາຍ-ປາຍຊີ້ເປັນຄວບຄຸມບັນຊາຄັກແນ່ພາສາລາວຈຶ່ງໄປລອດໃນຍຸກນີ້. ພໍມາຮອດຈຸດ ນີ້, ຈານແຍ່ເລີຍຄິດຮອດບົດທີ່ ທ່ານ ພູມີ ວົງວິຈິດ ລັດຖະບູລຸດ ລະດັບຫົວແຖວຂອງຊາດລາວພວກເຮົາທີ່ເວົ້າກ່ຽວກັບສະພາບຊອດກະຈາຂອງພາສາລາວ. ທີ່ຈື່ບໍ່ລືມກໍເພາະທ່ານໄດ້ຂຽນລະອຽດຊີ້ແຈງວ່າອັນໃດແມ່ນຄຳ ສັບໄທ, ອັນໃດແມ່ນຄຳສັບລາວ. ດຽວນີ້ຈະຫາຜູ້ລົງລະອຽດເລື່ອງພາສາ, ເລື່ອງວັດທະນະທຳຄື ທ່ານ ພູມີ ວົງວິຈິດ ນັ້ນມັນບໍ່ແມ່ນ ເລື່ອງງ່າຍໆແລ້ວໃດ໋. ໃນຄໍານໍາ ຂອງປຶ້ມໄວຍາກອນລາວຈັດພິມໂດຍສໍານັກພິມ ແນວລາວຮັກຊາດ ເມື່ອປີ 1966 ນັ້ນ (ແຕ່ຫລາຍຄົນເສືອກເອີ້ນວ່າປຶ້ມໄວຍາກອນທ່ານພູມີ !) ທ່ານ ພູມີ ໄດ້ຊີ້ຈຸດໜຶ່ງທີ່ເປັນອຳມະຕະຮອດດຽວນີ້ ຄືຄຳເຫັນທີ່ວ່າ: ຄົນລາວເຮົາທີ່ຢູ່ຕາມບໍລິເວນໃກ້ຊາຍແດນນັ້ນມີໂອກາດໄປຫາມາສູ່ກັບຄົນຕ່າງປະເທດ, ສຸດທ້າຍກໍເລີຍຫລົງພາສາລາວກັບພາສາເພື່ອນບ້ານ, ແຍກບໍ່ອອກວ່າອັນໃດເປັນຂອງເພິ່ນຂອງໂຕສາເຫດຕົ້ນຕໍກໍຍ້ອນວ່າຄົນລາວ ເຮົາເອງກຳພາສາຕົນເອງບໍ່ແໜ້ນ” (ນີ້ແມ່ນເວົ້າຕາມຄວາມເຂົ້າໃຈຂອງຈານແຍ່ເອງ).
ທີ່ບອກວ່າເປັນຄຳເວົ້າອຳມະຕະ (ຫລື ອະມະຕະ ແປວ່າ ຕາຍບໍ່ເປັນ) ນັ້ນ ກໍເພາະວ່າ ດຽວນີ້ ຊາຍແດນທີ່ວ່ານັ້ນ ມັນຍ້າຍຫລັກໝາຍເຂົ້າມາໃນມຸ້ງໃນມານ ຫລື ລາມມາຮອດຕີນຂັ້ນໄດຂອງແຕ່ລະຄົວເຮືອນແລ້ວ ຈົນມີຫລາຍຄົນບອກວ່າຊາຍແດນໃນຍຸກເຊື່ອມໂຍງນີ້ບໍ່ມີອີກແລ້ວ. ເມື່ອເປັນຄືແນວນີ້, ຖ້າບໍ່ມີ ເສົາເຂັມພາສາລາວທີ່ແໜ້ນແກ່ນອີ່ຫລີເອກະລັກສະເພາະຂອງພາສາພວກເຮົາກໍຄົງຈະນັບມື້ເສື່ອມໂຊມລົງຢ່າງບໍ່ຕ້ອງສົງໄສ. ສູ່ມື້ນີ້ກໍເຫັນກັນແລ້ວ ເດວ່າໃຜໄດ້ຄຳສັບໃດຈາກລາຍການວິທະຍຸ-ໂທລະພາບໄທກໍເອົາມາໃຊ້ໂລດ, ໃຊ້ແບບໜ້າຕາເສີຍ, ໃຊ້ດ້ວຍຄວາມພູມໃຈວ່າຕົນທັນສະໄໝ ມີຄຳສັບໃໝ່ໃຊ້ລື່ນໝູ່ ເຊັ່ນພໍໄດ້ຍິນຄຳວ່າ ລາມປາມກໍລືມຄຳວ່າ ຊະຊາຍທີ່ເຄີຍໃຊ້ມາ, ໄດ້ຍິນຄຳວ່າ ເຝົ້າລະວັງກໍລືມຄຳວ່າ ຕິດຕາມຫລື ຍົກສູງສະຕິລະວັງ...”, ໄດ້ຍິນຄຳວ່າ ໂຕເຕັງກໍເອົາມາໃຊ້ໂລດ ທັງໆທີ່ເຮົາມີຄຳສັບລາວທີ່ເຄີຍໃຊ້ມາກ່ອນແລ້ວ. ນອກຈາກນັ້ນ ພໍໄດ້ຍິນເຂົາເວົ້າວ່າ ມະຫາໄລບາງຄົນກໍແລ່ນນຳ ແລະ ທຳທ່າ ຂີ້ຄ້ານເວົ້າ ມະຫາວິທະຍາໄລຍ້ອນມັນຍາວໂພດ.
ເວົ້າແນວນີ້ຢ່າຫາວ່າຈານແຍ່ຄັບແຄບ, ອັນໃດໄທເວົ້າແລ້ວ ຈະຖືວ່າບໍ່ແມ່ນພາສາໝົດກໍບໍ່ຖືກ. ເຊື້ອຊາດເຜົ່າພັນຂອງສອງປະເທດນີ້ມີປັດໄຈເຊື່ອມປະສານກັນຫລາຍໆ, ແຕ່ທີ່ຢາກເວົ້າກໍຄືຢ່າເອົາຄຳສັບອື່ນມາແທນຄຳສັບທີ່ພວກເຮົາມີແລ້ວ ແລະ ເຄີຍໃຊ້ມາແລ້ວ ເພາະມັນຈະພາໃຫ້ລະ ບົບເອກະສານລາວ ແລະ ເຮັດໃຫ້ບາງຄວາມໝາຍຜິດຜ້ຽນໄປ ເຊັ່ນມີບາງຄົນຄິດວ່າຄຳວ່າ ພໍ ພຽງໃນພາສາໄທນັ້ນແມ່ນອັນດຽວກັບ ພຽງພໍໃນພາສາລາວ. ຄິດແນວນີ້ຜິດຖະໜັດ. ພໍ ພຽງໃນຄວາມໝາຍຂອງໄທນັ້ນແປວ່າ ກຸ້ມຕົນເອງໃນພາສາລາວ ຫລື ພໍກິນພໍໃຊ້ຫລື ພໍຢູ່ພໍກິນກໍໄດ້.

ຈານແຍ່ດີໃຈທີ່ວ່າຈະຕ້ອງໃຫ້ມີໜ່ວຍງານທີ່ມີສິດເດັດຂາດໃນການຕັດສິນບັນຫາພາສາ ລາວຢ່າງເປັນເອກະພາບແຕ່ຂໍໃຫ້ມີອຳນາດແທ້ໆເນີ້, ຢ່າເອົາຄວາມຮູ້ພາສາລາວມາຕິດພັນກັບຖານະຕຳແໜ່ງ ຫລື ອຳນາດສ່ວນບຸກຄົນ. ຢ່າຄິດວ່າເຮົາເປັນນາຍແລ້ວຈະເປັນໄດ້ທັງນາຍຂອງໄວຍາກອນ. ຈານແຍ່ໄດ້ຍິນພໍໝັດແໝ໋ວວ່າຕໍ່ໄປຈະໃຫ້ສະຖາບັນວິທະຍາສາດສັງຄົມແຫ່ງຊາດຊີ້ຂາດເລື່ອງພາສາລາວ. ອັນນີ້ຂໍຍໍມືສາທຸນຳແຕ່ຂໍໃຫ້ເຂັດໃຫ້ຢຳແທ້ໆ. ເຢິກ !ເທື່ອນີ້ຂໍ ໃຫ້ເປັນເທື່ອສຸດທ້າຍເທາະເພາະຜ່ານມາເຄີຍ ເຢິກ !ມາແລ້ວ ຫລາຍເທື່ອແຕ່ກໍ ເປິຄືເກົ່າ.ບັນຫາພາສາລາວຕ້ອງເດັດໃຫ້ຂາດ ( ຄໍລຳ ບັນຫາຈານແຍ່ )
ໂດຍ : ວິເສດ ສະແຫວງ ສຶກສາ
ໃນບົດກ່ອນໆຈານແຍ່ເວົ້າບໍ່ທັນສຸດເລື່ອງທີ່ໄດ້ຟັງມາກັບຫູຈາກຫລາຍໆກອງປະຊຸມທີ່ມີຜູ້ ໃຫຍ່ໄມ້ສູງຂັ້ນ ທ໋ອບໆ” (ຊອດຈາກຄຳວ່າ Top ພາສາອັງກິດແປວ່າຂັ້ນຍອດໆ, ສູງໆ). ຈານແຍ່ມັກຈະຕົບມືຊົມເຊີຍຕົນເອງທຸກຄັ້ງທີ່ໂຊກດີໄດ້ຕິດຕາມກອງປະຊຸມລະດັບນີ້ ເພາະເປັນ ໂອກາດທີ່ຈະໄດ້ເກັບກ່ຽວເອົາຂໍ້ຄິດໃໝ່ໆໝາດໆຈາກປາກເຫລົ່າຜູ້ນຳໂດຍກົງ. ເທື່ອກ່ອນໆໃນຄໍ ລຳເວທີ ບັນຫາຈານແຍ່ອັນດຽວນີ້ລະຈານແຍ່ໄດ້ເວົ້າສະເໜີຄວາມຄິດເຫັນຂອງຜູ້ນຳຫລາຍ ທ່ານກ່ຽວກັບຄຳວ່າ ຜູ່ກັບ ຜູ້ຄຳໃດຖືກແທ້. ສຸດທ້າຍກໍລົງເອີ່ຍກັນວ່າຕ້ອງໃຊ້ຄຳວ່າ ຜູ້ເພາະເປັນຄຳສັບທີ່ໄດ້ຮັບການຢັ້ງຢືນໃນວັດຈະນານຸກົມທຸກໆສະບັບ ແລະ ເປັນຄຳສັບທີ່ພວກເຮົາໃຊ້ຢ່າງເປັນທາງການມາແລ້ວ ແລະ ກໍບໍ່ຈຳເປັນດອກທີ່ຈະໄປຢ້ານວ່າອາດມີຜູ້ແປຄຳວ່າ ຜູ້ວ່າ ເພດຜູ້ຫລື ໂຕ ເຖິກເພາະ ຜູ້ຍັງມີຄວາມໝາຍວ່າ ຄົນເຊັ່ນ ຜູ້ແທນແປວ່າຄົນທີ່ເປັນຕົວແທນ, “ຜູ້ ໃດແປວ່າຄົນໃດ ?.
ສ່ວນສິ່ງທີ່ໄດ້ຍິນຈາກກອງປະຊຸມຄັ້ງຫວ່າງຢ່ານີ້ ແມ່ນສຽງຈົ່ມທີ່ວ່າພາສາລາວຂອງພວກເຮົາດຽວນີ້ ໄປກັນໃຫຍ່ບໍ່ມີຫົວມີຂາ, ສຸດແລ້ວແຕ່ຜູ້ຊິເວົ້າ-ຜູ້ຊິຂຽນ. ດັ່ງນັ້ນ ມັນຕ້ອງມີອົງການ ຫລື ໜ່ວຍງານທີ່ມີອຳນາດ  ກົກຊີ້ຕາຍ-ປາຍຊີ້ເປັນຄວບຄຸມບັນຊາຄັກແນ່ພາສາລາວຈຶ່ງໄປລອດໃນຍຸກນີ້. ພໍມາຮອດຈຸດ ນີ້, ຈານແຍ່ເລີຍຄິດຮອດບົດທີ່ ທ່ານ ພູມີ ວົງວິຈິດ ລັດຖະບູລຸດ ລະດັບຫົວແຖວຂອງຊາດລາວພວກເຮົາທີ່ເວົ້າກ່ຽວກັບສະພາບຊອດກະຈາຂອງພາສາລາວ. ທີ່ຈື່ບໍ່ລືມກໍເພາະທ່ານໄດ້ຂຽນລະອຽດຊີ້ແຈງວ່າອັນໃດແມ່ນຄຳ ສັບໄທ, ອັນໃດແມ່ນຄຳສັບລາວ. ດຽວນີ້ຈະຫາຜູ້ລົງລະອຽດເລື່ອງພາສາ, ເລື່ອງວັດທະນະທຳຄື ທ່ານ ພູມີ ວົງວິຈິດ ນັ້ນມັນບໍ່ແມ່ນ ເລື່ອງງ່າຍໆແລ້ວໃດ໋. ໃນຄໍານໍາ ຂອງປຶ້ມໄວຍາກອນລາວຈັດພິມໂດຍສໍານັກພິມ ແນວລາວຮັກຊາດ ເມື່ອປີ 1966 ນັ້ນ (ແຕ່ຫລາຍຄົນເສືອກເອີ້ນວ່າປຶ້ມໄວຍາກອນທ່ານພູມີ !) ທ່ານ ພູມີ ໄດ້ຊີ້ຈຸດໜຶ່ງທີ່ເປັນອຳມະຕະຮອດດຽວນີ້ ຄືຄຳເຫັນທີ່ວ່າ: ຄົນລາວເຮົາທີ່ຢູ່ຕາມບໍລິເວນໃກ້ຊາຍແດນນັ້ນມີໂອກາດໄປຫາມາສູ່ກັບຄົນຕ່າງປະເທດ, ສຸດທ້າຍກໍເລີຍຫລົງພາສາລາວກັບພາສາເພື່ອນບ້ານ, ແຍກບໍ່ອອກວ່າອັນໃດເປັນຂອງເພິ່ນຂອງໂຕສາເຫດຕົ້ນຕໍກໍຍ້ອນວ່າຄົນລາວ ເຮົາເອງກຳພາສາຕົນເອງບໍ່ແໜ້ນ” (ນີ້ແມ່ນເວົ້າຕາມຄວາມເຂົ້າໃຈຂອງຈານແຍ່ເອງ).
ທີ່ບອກວ່າເປັນຄຳເວົ້າອຳມະຕະ (ຫລື ອະມະຕະ ແປວ່າ ຕາຍບໍ່ເປັນ) ນັ້ນ ກໍເພາະວ່າ ດຽວນີ້ ຊາຍແດນທີ່ວ່ານັ້ນ ມັນຍ້າຍຫລັກໝາຍເຂົ້າມາໃນມຸ້ງໃນມານ ຫລື ລາມມາຮອດຕີນຂັ້ນໄດຂອງແຕ່ລະຄົວເຮືອນແລ້ວ ຈົນມີຫລາຍຄົນບອກວ່າຊາຍແດນໃນຍຸກເຊື່ອມໂຍງນີ້ບໍ່ມີອີກແລ້ວ. ເມື່ອເປັນຄືແນວນີ້, ຖ້າບໍ່ມີ ເສົາເຂັມພາສາລາວທີ່ແໜ້ນແກ່ນອີ່ຫລີເອກະລັກສະເພາະຂອງພາສາພວກເຮົາກໍຄົງຈະນັບມື້ເສື່ອມໂຊມລົງຢ່າງບໍ່ຕ້ອງສົງໄສ. ສູ່ມື້ນີ້ກໍເຫັນກັນແລ້ວ ເດວ່າໃຜໄດ້ຄຳສັບໃດຈາກລາຍການວິທະຍຸ-ໂທລະພາບໄທກໍເອົາມາໃຊ້ໂລດ, ໃຊ້ແບບໜ້າຕາເສີຍ, ໃຊ້ດ້ວຍຄວາມພູມໃຈວ່າຕົນທັນສະໄໝ ມີຄຳສັບໃໝ່ໃຊ້ລື່ນໝູ່ ເຊັ່ນພໍໄດ້ຍິນຄຳວ່າ ລາມປາມກໍລືມຄຳວ່າ ຊະຊາຍທີ່ເຄີຍໃຊ້ມາ, ໄດ້ຍິນຄຳວ່າ ເຝົ້າລະວັງກໍລືມຄຳວ່າ ຕິດຕາມຫລື ຍົກສູງສະຕິລະວັງ...”, ໄດ້ຍິນຄຳວ່າ ໂຕເຕັງກໍເອົາມາໃຊ້ໂລດ ທັງໆທີ່ເຮົາມີຄຳສັບລາວທີ່ເຄີຍໃຊ້ມາກ່ອນແລ້ວ. ນອກຈາກນັ້ນ ພໍໄດ້ຍິນເຂົາເວົ້າວ່າ ມະຫາໄລບາງຄົນກໍແລ່ນນຳ ແລະ ທຳທ່າ ຂີ້ຄ້ານເວົ້າ ມະຫາວິທະຍາໄລຍ້ອນມັນຍາວໂພດ.
ເວົ້າແນວນີ້ຢ່າຫາວ່າຈານແຍ່ຄັບແຄບ, ອັນໃດໄທເວົ້າແລ້ວ ຈະຖືວ່າບໍ່ແມ່ນພາສາໝົດກໍບໍ່ຖືກ. ເຊື້ອຊາດເຜົ່າພັນຂອງສອງປະເທດນີ້ມີປັດໄຈເຊື່ອມປະສານກັນຫລາຍໆ, ແຕ່ທີ່ຢາກເວົ້າກໍຄືຢ່າເອົາຄຳສັບອື່ນມາແທນຄຳສັບທີ່ພວກເຮົາມີແລ້ວ ແລະ ເຄີຍໃຊ້ມາແລ້ວ ເພາະມັນຈະພາໃຫ້ລະ ບົບເອກະສານລາວ ແລະ ເຮັດໃຫ້ບາງຄວາມໝາຍຜິດຜ້ຽນໄປ ເຊັ່ນມີບາງຄົນຄິດວ່າຄຳວ່າ ພໍ ພຽງໃນພາສາໄທນັ້ນແມ່ນອັນດຽວກັບ ພຽງພໍໃນພາສາລາວ. ຄິດແນວນີ້ຜິດຖະໜັດ. ພໍ ພຽງໃນຄວາມໝາຍຂອງໄທນັ້ນແປວ່າ ກຸ້ມຕົນເອງໃນພາສາລາວ ຫລື ພໍກິນພໍໃຊ້ຫລື ພໍຢູ່ພໍກິນກໍໄດ້.
ຈານແຍ່ດີໃຈທີ່ວ່າຈະຕ້ອງໃຫ້ມີໜ່ວຍງານທີ່ມີສິດເດັດຂາດໃນການຕັດສິນບັນຫາພາສາ ລາວຢ່າງເປັນເອກະພາບແຕ່ຂໍໃຫ້ມີອຳນາດແທ້ໆເນີ້, ຢ່າເອົາຄວາມຮູ້ພາສາລາວມາຕິດພັນກັບຖານະຕຳແໜ່ງ ຫລື ອຳນາດສ່ວນບຸກຄົນ. ຢ່າຄິດວ່າເຮົາເປັນນາຍແລ້ວຈະເປັນໄດ້ທັງນາຍຂອງໄວຍາກອນ. ຈານແຍ່ໄດ້ຍິນພໍໝັດແໝ໋ວວ່າຕໍ່ໄປຈະໃຫ້ສະຖາບັນວິທະຍາສາດສັງຄົມແຫ່ງຊາດຊີ້ຂາດເລື່ອງພາສາລາວ. ອັນນີ້ຂໍຍໍມືສາທຸນຳແຕ່ຂໍໃຫ້ເຂັດໃຫ້ຢຳແທ້ໆ. ເຢິກ !ເທື່ອນີ້ຂໍ ໃຫ້ເປັນເທື່ອສຸດທ້າຍເທາະເພາະຜ່ານມາເຄີຍ ເຢິກ !ມາແລ້ວ ຫລາຍເທື່ອແຕ່ກໍ ເປິຄືເກົ່າ.

1 comment:

  1. ຈານແຍ້ເວົ້າມາກໍ່ມີສ່ວນຖືກ ແລະສ່ວນຜິດ ເພາະການນຳໃຊ້ພາສາລາວ ມີການປັບປຸງທູກຍຸກທຸກສະໄໝ ຜູ້ໃດຂຽນກໍ່ວ່າຂອງຕົນເອງຖືກຕ້ອງ ຄັກແນ່ ໂດຍສະເພາະໂຄສົກໂທລະພາບ ແລະ ນໜັງສືພີມຕ່າງໆ ແຕ່ຢາກໃຫ້ຈານແຍ້ ເຂົ້າໃຈກ່ຽວກັບກົກເຄົ້າຄວາມເປັນມາຂອງພາລາວຕະກຸລາວ-ໄທ ລ້ວນແລ້ວແຕ່ມີເຄົ້າ ແລະ ຢືມສັບມາຈາກພາສາບາລີ ແລະ ສັນສະກິດ ສັບທີ່ໃຊ້ຈື່ງຍັງມີລັກສະນະບໍ່ລະອຽດຈະແຈ້ງ

    ReplyDelete