Ad

Ad

19 February 2016

ເລຂາທິການ​ໃຫຍ່ ພັກປະຊາຊົນ ປະຕິວັດລາວ ຕ້ອນ​ຮັບ​ຜູ້ຕາງໜ້າ​ພິ​ເສດ ຂອງ​ເລຂາທິການ​ໃຫຍ່ ພັກ​ກອມ​ມູນິດ​ຫວຽດນາມ

ສະຫາຍ ບຸນຍັງ ວໍລະຈິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິ ວັດລາວໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ສະຫາຍ ຮ່ວງບິ່ງກວນ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ, ຜູ້ຕາງໜ້າພິເສດຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມຄະນະໃນວັນທີ 18 ກຸມພານີ້ ທີ່ຫ້ອງວ່າການສູນກາງພັກ(ຫລັກ6) ​ໃນໂອກາດທີ່ສະຫາຍແລະ ຄະນະເດີນທາງມາຢ້ຽມຢາມ ສປປ ລາວແຕ່ວັນທີ 17-18 ກຸມພານີ້ເພື່ອແຈ້ງຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກກອມມູນິດຫວຽດນາມ.
ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ໄດ້ສະແດງຄວາມຍິນດີຕ້ອນຮັບສະຫາຍ ຮ່ວງບິ່ງກວນ  ​ແລະຄະນະ, ພ້ອມທັງຕີລາຄາສູງແລະ ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງຕໍ່ຜົນສຳເລັດອັນຈົບ
ງາມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກກອມມູນິດຫວຽດນາມ ເຊິ່ງເປັນເຫດການການເມືອງອັນສຳຄັນຂອງຫວຽດນາມ, ​ເປັນຂີດໝາຍ​​ແຫ່ງການພັດທະນາໄລຍະໃໝ່ໃນພາລະກິດປົກປັກຮັກສາແລະ ສ້າງສາປະເທດຫວຽດນາມໃຫ້ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝ, ພ້ອມນີ້ ສະຫາຍຍັງໄດ້ຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫລວງທີ່ພັກ, ລັດແລະ ປະຊາຊົນຫວຽດນາມຍາດມາໄດ້ໃນການປະຕິບັດແນວທາງປ່ຽນແປງໃໝ່ ຕະຫລອດ 30 ປີ ທີ່ຜ່ານມາໂດຍສະເພາະແມ່ນໄລຍະ 5 ປີແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກອມມູນິດຫວຽດນາມແລະ ສະແດງຄວາມເຊື່ອໝັນຢ່າງໜັກແໜ້ນວ່າພາຍໃຕ້ການນຳພາອັນສະຫລາດສ່ອງໃສ່ຂອງພັກກອມມູນິດຫວຽດນາມໂດຍມີສະຫາຍ ຫງວຽນຝູຈ້ອງເປັນຜູ້ນຳໜ້້ານັ້ນ, ປະຊາຊົນຫວຽດນາມອ້າຍນ້ອງຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າໃນພາລະກິດປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນແລະ ບັນລຸເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳແລະ ສີວິໄລ. ສະຫາຍບຸນຍັງ ວໍລະຈິດໄດ້ສະແດງຄວາມຢືນຢັນວ່າ: ພັກ, ລັດຖະບານແລະ ປະຊາຊົນລາວ ຈະພ້ອມກັນກັບ ພັກ, ລັດແລະ ປະຊາຊົນຫວຽດນາມ ອ້າຍນ້ອງສືບຕໍ່ປົກປັກຮັກສາ, ​ເສີມຂະຫຍາຍສາຍພົວພັນຄວາມສາມັນຄີພິເສດ ລາວ-ຫວຽດນາມເຊິ່ງເປັນມໍລະດົກອັນລ້ຳຄ່າຂອງປະຊາຊົນສອງຊາດ, ​ເປັນປັດໄຈສຳຄັນໃນການຮັບປະກັນໄຊຊະນະຂອງພາລະກິດປະຕິວັດຂອງສອງປະເທດນັ້ນໃຫ້ນັບມື້ມີປະສິດທິຜົນແລະໃຫ້ຄົນຮຸ່ນຫລັງສືບຕໍ່ປົກປັກຮັກສາສາຍພົວພັນພິເສດນີ້ໃຫ້ຍືນຍົງຄົງຕົວຕະຫລອດໄປ.
          ໃນໂອກາດດຽວກັນ, ນອກຈາກຈະນຳເອົາຄວາມຢ້ຽມຢາມຖາມຂ່າວຈາກສະຫາຍ ຫງວຽນຝູຈ້ອງ  ​ເລ ຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ມາຍັງ ສະຫາຍ ບຸນຍັງ ວໍລະຈິດ  ​ແລະແຈ້ງຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກກອມມູນິດ ຫວຽດນາມແລ້ວ, ສະຫາຍ ຮ່ວງບິ່ງກວນ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດອັນໃຫຍ່ຫລວງ ຮອບດ້ານ ທີ່ປະຊາຊົນລາວ ສາມາດຍາດມາໄດ້ໃນໄລຍະ​ 30 ປີແຫ່ງການປ່ຽນແປງໃໝ່ແລະໄລຍະ 5 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກແລະໄດ້ສະແດງຄວາມເຊື່ອໝັ້ນວ່າ: ພາຍໃຕ້ການນຳພາຂອງພັກ ປປ ລາວ ອັນມີ ສະຫາຍ ບຸນຍັງ ວໍລະຈິດເປັນເລຂາທິການໃຫຍ່ນັ້ນ, ປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະ ກິດປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກຢ່າງມີໄຊ, ສ້າງໃຫ້ປະເທດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິ​ທຳ, ສີວິໄລແລະ ກ້າວເດີນຕາມເສັ້ນທາງສັງຄົມນິຍົມຢ່າງໜັກແໜ້ນ.

          ໃນວັນດຽວກັນ, ສະຫາຍ ຮ່ວງບິ່ງກວນ ພ້ອມດ້ວຍຄະນະກໍໄດ້ເຂົ້າຢ້ຽມຄຳນັບ ສະຫາຍ ພັນຄຳ ວິພາວັນກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກເຊັ່ນດຽວກັນ.

No comments:

Post a Comment