Ad

Ad

25 January 2016

ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ X ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ

     ກອງປະຊຸມໃຫຍ່ຜູ້​​ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວໄດ້ດຳເນີນແຕ່ວັນທີ 18-22 ມັງກອນ 2016 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຄຳຂວັນຍົກສູງຄວາມສາມາດນຳພາແລະ ລັກສະນະນຳໜ້າຂອງພັກ, ​ເພີ່ມທະວີຄວາມສາມັກຄີທົ່ວປວງຊົນທັງຊາດ, ຍຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານແລະ ຫລັກການ, ປົກປັກຮັກສາແລະ ພັດທະນາປະເທດຊາດຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ” ​ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ມີຜູ້ແທນສົມບູນ 685 ສະ ຫາຍ, ​ໃນນັ້ນມີຜູ້ແທນບົ່ງຕົວ 1 ສະຫາຍ. ບັນດາຜູ້ແທນກອງປະຊຸມໃຫຍ່ເປັນຕົວແທນໃຫ້ແກ່ສະມາ ຊິກພັກທັງໝົດໃນທົ່ວປະເທດ 252.879 ສະຫາຍ.

     ກອງປະຊຸມໃຫຍ່ໄດ້ຄົ້ນຄວ້າຕົກລົງບັນຫາສຳຄັນຂອງພັກແລະ ຂອງຊາດພາຍໃຕ້ບັນຍາກາດອັນສ້າງສັນ, ມີຄວາມຮັບຜິດຊອບ ທັງມີຄວາມສາມັກຄີເປັນເອກະພາບສູງແລະໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມເຊິ່ງສະແດງອອກດັ່ງນີ້:
    1. ກອງປະຊຸມໃຫຍ່ໄດ້ຄົ້ນຄວ້າຢ່າງເລິກເຊິ່ງແລະໄດ້ຮັບຮອງເອົາຢ່າງເປັນ​​ເອກະພາບລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ IX ສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ X ​ໂດຍໄດ້ສະແດງຄວາມເຫັນດີເຫັນພ້ອມນຳການສະຫລຸບຕີລາຄາຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກເປັນຕົ້ນ​​​ບັນດາຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ໃນຂົງເຂດວຽກງານປ້ອງກັນຊາ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ-ສັງຄົມ, ການປັບປຸງບູລະນະລະບົບອຳນາດແຫ່ງລັດ, ວຽກງານແນວໂຮມແລະ ວຽກງານມະຫາຊົນຂອງພັກ, ວຽກງານການຕ່າງປະເທດແລະ ການເຊື່ອມໂຍງສາກົນ, ວຽກງານກໍ່ສ້າງພະນັກງານ, ບັນດາຜົນສຳເລັດທີ່ບັນລຸໄດ້ 5 ປີຜ່ານມາ, ​ໄດ້ສ້າງພື້ນຖານແລະ ທ່ວງທ່າໃໝ່ໃຫ້ແກ່ການສືບຕໍ່ຂະຫຍາຍຕົວຂອງປະເທດຊາດພວກເຮົາໄປຕາມທິດທາງແລະ ຈຸດໝາຍທີ່ວາງໄວ້.
     ກອງປະຊຸມໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາກ່ຽວກັບຂໍ້ຄົງຄ້າງໃນການນຳພາຊີ້ນຳຂອງພັກເຊິ່ງເປັນສາເຫດຕົ້ນຕໍອັນໜຶ່ງທີ່ພາໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານຈຸດສຸມໃນບາງດ້ານບໍ່ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້ແລະໄດ້ເລັ່ງທວງໃຫ້ມີມາດຕະການທີ່ແທດເໝາະເພື່ອດຳເນີນການແກ້ໄຂຂໍ້ຄົງຄ້າງທີ່ຜ່ານມາຢ່າງຈິງຈັງແນໃສ່ສ້າງການຫັນປ່ຽນອັນຕັ້ງໜ້າຫລາຍຂຶ້ນໃນການຈັດຕັ້ງປະຕິບັດແນວທາງຂອງພັກຕໍ່ໄປ.
     ກອງປະຊຸມໃຫຍ່ໄດ້ຮັບຮອງເອົາຂໍ້ສະຫລຸບ 7 ປະການເຊິ່ງເປັນບົດຮຽນອັນປະເສີດທີ່ຖອດຖອນໄດ້ຈາກພຶດຕິກຳແຫ່ງການຈັດຕັ້ງນຳພາປະຕິບັດກອງປະຊຸມໃຫຍ່ຄັ້ງທີ IX ​ແລະ 30 ປີແຫ່ງການປ່ຽນແປງໃໝ່. ພ້ອມກັນນັ້ນ ກໍໄດ້ກຳນົດ 7 ທິດທາງໜ້າທີ່ໃຫຍ່ສຳລັບໄລຍະຕໍ່ໜ້າ, ກອງປະຊຸມໃຫຍ່ໄດ້ມອບໃຫ້ຄະນະບໍລິຫານງານສູນກາງພັກສະໄໝທີ X ຊີ້ນຳ, ຈັດຕັ້ງການຄົ້ນຄວ້າຮໍ່າຮຽນກອງປະຊຸມໃຫຍ່ຄັ້ງນີ້ຢ່າງເປັນລະບົບເລິກເຊິ່ງໂດຍສະເພາະ​​ໃຫ້ພະນັກງານສະມາຊິກພັກຜູ້ທີ່ເປັນຫລັກແຫລ່ງຢູ່ໃນທຸກອົງການ, ຂະແໜງການ, ທຸກທ້ອງຖິ່ນ, ທຸກຂົງເຂດວຽກງານແລະ ທຸກຂັ້ນໃຫ້ເຂົ້າໃຈຢ່າງຖືກຕ້ອງເພື່ອສາມາດຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຢ່າງສອດຄ່ອງແລະ ນຳພາປະຕິບັດໃຫ້ເກີດໝາກຜົນຕົວຈິງທີ່ໃຫຍ່ຫລວງຂຶ້ນໄປເລື້ອຍໆ. ພ້ອມກັນນີ້ ກໍມອບໃຫ້ຄະນະບໍລິຫານງານສູນກາງພັກສືບຕໍ່ຄົ້ນຄວ້າຫັນທິດທາງໜ້າທີ່ຈຸດສຸມໃນບາງດ້ານເປັນມະຕິຂອງຄະນະບໍລິຫານງານສູນກາງພັກເພື່ອໃຫ້ຄະນະພັກຂັ້ນຕ່າງໆມີບ່ອນອີງອັນລະອຽດຈະແຈ້ງຕື່ມອີກສຳລັບການຈັດຕັ້ງປະຕິບັດ. ຂະນະດຽວກັນນັ້ນ ກໍຊີ້ນຳອົງການລັດໃຫ້ຫັນເປັນນິຕິກຳ, ​ເປັນແຜນງານແລະໂຄງການວຽກງານລະອຽດໃຫ້ໄວເພື່ອຍາດແຍ່ງເວລາຈັດຕັ້ງປະຕິບັດເລີ່ແຕ່ຫົວທີແລະໃຫ້ໄດ້ຮັບຜົນສຳເລັດອັນສະຫງ່າງາມ.
    2. ກອງປະຊຸມໃຫຍ່ໄດ້ຟັງລາຍງານກ່ຽວກັບວິໄສທັດຮອດປີ 2030, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມໃນໄລຍະ 10 ປີ (2016-2025) ​ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 8 (2016-2020) ​ເຊິ່ງຄຳຂວັນວິໄສທັດແລະ ຍຸດທະສາດຂອງການພັດທະນາແມ່ນສູ້ຊົນພັດທະນາປະເທດເຮົາໃຫ້ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020, ກ້າວໄປສູ່ປະເທດກຳລັງພັດທະນາ ມີລາຍຮັບປານກາງຕາມທິດການພັດທະນາສີຂຽວແລະ ຍືນຍົງເມື່ອເຖິງປີ 2030”. ກອງປະຊຸມໃຫຍ່ໄດ້ສະແດງຄວາມຄິດເຫັນດີເຫັນພ້ອມກັບວິໄສທັດ, ຍຸດທະສາດແລະ ການພັດທະນາດັ່ງກ່າວໂດຍມອບໃຫ້ຄະນະບໍລິຫານງານສູນກາງພັກຊີ້ນຳລັດຖະບານໃຫ້ຕັ້ງໜ້າຜັນຂະຫຍາຍເປັນແຜນງານ, ​ໂຄງການລະດັບຊາດ ລວມທັງກຳນົດຂອບການລົງທຶນສຳລັບໂຄງການເຫລົ່ານັ້ນ ພ້ອມທັງປຸກລະດົມບັນດາພາກສ່ວນເສດຖະກິດແລະ ທົ່ວປວງຊົນເຂົ້າສູ່ການຈັດຕັ້ງປະຕິບັດ​​ໃຫ້ເປັນຈິງ.
    3. ກອງປະຊຸມໃຫຍ່ໄດ້ຮັບຮອງເອົາບົດສຳຫລວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ IX ​ໂດຍໄດ້ຕີລາຄາສູງຕໍ່ຄວາມພະຍາຍາມອັນຕັ້ງໜ້າແລະ ຄວາມເປັນເຈົ້າການປະດິດສ້າງໃນການເສີມຂະຫຍາຍມູນເຊື້ອແລະ ບົດຮຽນຂອງພັກ ສາມາດນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ​ໄດ້ຮັບຜົນສຳເລັດອັນສຳຄັນໃນຫລາຍດ້ານແລະ ມີບາງດ້ານກໍລື່ນຄາດໝາຍ. ພ້ອມກັນນັ້ນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການ​​ເປັນຄະນະນຳທີ່ມີຄວາມສາມັກຄີເປັນເອກະພາບໜັກແໜ້ນ, ​ເປັນແກ່ນສານໃຫ້ແກ່ຄວາມສາມັກຄີເປັນເອກະພາບໃນທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດແລະ ທົ່ວປວງຊົນ ທັງມີຄວາມເປັນເຈົ້າການແກ້ໄຂບັນຫາການເສື່ອມຖອຍດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດແລະ ການກະທຳທີ່ຝືນກົດລະບຽບຂອງພັກໃນຖັນແຖວການນຳຂັ້ນຕ່າງໆ, ພະນັກງານແລະ ສະມາຊິກພັກຈຳນວນໜຶ່ງ.
     ກອງປະຊຸມໃຫຍ່ເລັ່ງທວງໃຫ້ຄະນະບໍລິຫານງານສູນກາງພັກສະໄໝທີ X ອອກແຮງເສີມຂະຫຍາຍຈຸດດີໃນດ້ານຕ່າງໆຢ່າງແຂງແຮງ. ພ້ອມກັນນັ້ນ ກໍວາງມາດຕະການຈຳກັດແກ້ໄຂຈຸດບົກຜ່ອງແລະ ຂໍ້ຄົງຄ້າງທີ່ຜ່ານມາຢ່າງຈິງຈັງ, ຍົກສູງຄວາມສາມາດນຳພາແລະ ຄວາມເປັນແບບຢ່າງນຳໜ້າຂອງຄະນະນຳຂອງພັກໃຫ້ເດັ່ນຂຶ້ນຕື່ມອີກ.
    4. ກອງປະຊຸມໃຫຍ່ໄດ້ຮັບຟັງການລາຍງານກ່ຽວກັບການດັດແປງກົດລະບຽບຂອງພັກແລະໄດ້ຮັບຮອງເອົາກົດລະບຽບສະບັບປັບປຸງ ສະໄໝທີ X ​ເພື່ເປັນແນວທາງທາງດ້ານການຈັດຕັ້ງ ຮັບ ຮອງການຈັດຕັ້ງປະຕິບັດແນວທາງການເມືອງໃຫ້ເປັນຈິງ. ກົດລະບຽບຂອງພັກປະຊາຊົນປະຕິວັດລາວສະບັບປັບປຸງໄດ້ຖືກຮັບຮອງເອົາຢ່າງເປັນທາງການໂດຍກອງປະຊຸມໃຫຍ່ຄັ້ງທີ X ​ແລ້ວແລະ ມີຜົນບັງຄັບໃຊ້ນັບແຕ່ມື້ກອງປະຊຸມໃຫຍ່ຮັບຮອງເປັນຕົ້ນໄປ.
     5. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄໝທີ X ​ເຊິ່ງປະກອບດ້ວຍກຳມະການສົມບູນ 69 ສະຫາຍແລະ ກຳມະການສຳຮອງ 8 ສະຫາຍເພື່ອເປັນແກ່ນສານນຳພາທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດແລະ ທົ່ວປວງຊົນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ມີຜົນສຳເລັດໃໝ່, ສ້າງບາດກ້າວບຸກທະລຸໃນການພັດທະນາໃຫ້ເປັນຈິງແລະ ພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນຕໍ່ໄປ.
     ກອງປະຊຸມຄົບຄະນະຄັ້ງປະຖົມມະລືກຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ທີ່ດຳເນີນໃນຕອນເຊົ້າຂອງວັນທີ 22 ມັງກອນ 2016 ​ໄດ້​​ເປັນເອກະພາບເລືອກຕັ້ງກຳມະການກົມການເມືອງສູນກາງພັກເຊິ່ງປະກອບດ້ວຍ 11 ສະຫາຍ; ​ເປັນເອກະພາບຢ່າງສູງເລືອກເອົາສະຫາຍ ບຸນຍັງ ວໍລະຈິດເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ. ພ້ອມກັນນັ້ນ ກໍເລືອກເອົາກຳ ມະການຄະນະເລຂາທິການສູນກາງພັກ 9 ສະຫາຍ; ກອງປະຊຸມໄດ້ເລືອກເອົາສະຫາຍ ພັນຄຳ ວິພາວັນເປັນຜູ້ປະຈຳການຄະນະເລຂາທິການສູນກາງພັກ; ​ໃນກອງປະຊຸມຄັ້ງນີ້ ຍັງໄດ້ເລືອກປະທານ, ບັນດາຮອງປະທານຄະນະກວດກາສູນກາງພັກ ປະກອບດ້ວຍ 9 ສະຫາຍໂດຍແມ່ນສະຫາຍ ບຸນທອງ ຈິດມະນີເປັນປະທານ. ສຳລັບການແຕ່ງຕັ້ງທີ່ປຶກສາຂອງຄະນະບໍລິຫານງານສູນກາງພັກສະ  ໄໝທີ X, ກອງປະຊຸມໄດ້ມອບໃຫ້ກົມການເມືອງສູນກາງພັກເປັນຜູ້ຕົກລົງແຕ່ງຕັ້ງ ພ້ອມທັງກຳນົດພາລະບົດບາດໜ້າທີ່ລະອຽດຕາມຫລັງ.
     6. ກອງປະຊຸມໃຫຍ່ສະແດງຄວາມຊົມເຊີຍ ສັນລະເສີນພະນັກງານ, ສະມາຊິກພັກ, ທະຫານ, ຕຳຫລວດ, ຜູ້ປະກອບການຜະລິດ, ນັກທຸລະກິດ, ບໍລິການ ສັງກັດໃນທຸກພາກສ່ວນເສດຖະກິດແລະ ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນໃນຂອບເຂດທົ່ວປະເທດແລະ ພີ່ນ້ອງເຊື້ອຊາດລາວທີ່ຮັກຊາດທີ່ດຳລົງຊີວິດແລະ ທຳມາຫາກິນຢູ່ຕ່າງປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະ ກິດປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ IX ຕະຫລອດໄລຍະ 5 ປີຜ່ານມາໃຫ້ບັນລຸຜົນສຳເລັດອັນສຳຄັນໃນຫລາຍດ້ານ ອັນເປັນການສ້າງພື້ນ ຖານແລະ ທ່ວງທ່າໃໝ່ໃຫ້ແກ່ການນຳເອົາປະເທດເຮົາສືບຕໍ່ກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້. ພ້ອມກັນນັ້ນ ກໍຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງມາຍັງບັນດາປະເທດອ້າຍນ້ອງ, ບັນດາປະເທດເພື່ອນມິດແລະ ອົງການຈັດຕັ້ງສາກົນທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອອັນລ້ຳຄ່າແກ່ພາລະກິດພັດທະນາສ້າງສາປະເທດຊາດຂອງປະຊາຊົນເຮົາໃນ 5 ປີຜ່ານມາ.

      ກອງປະຊຸມໃຫຍ່ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ຈົ່ງເຊີດຊູຄວາມເປັນແບບຢ່າງນຳໜ້າໃນທຸກດ້ານ ນຳພາມະຫາຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປາກົດຜົນເປັນຈິງ. ພ້ອມກັນນີ້ ກໍຮຽກຮ້ອງມາຍັງພະນັກງານ, ນັກຮົບ ປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນແລະ ພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດທີ່ດຳລົງຊີວິດແລະ ທຳມາຫາກິນຢູ່ຕ່າງປະເທດ ຈົ່ງເຊີດຊູນ້ຳໃຈຮັກຊາດ, ​ເສີມຂະຫຍາຍມານະຈິດບາກບັ່ນບຸກບືນເຂົ້າໃສ່ການປະຕິບັດໜ້າທີ່ທຳມາຫາກິນແລະ ສ້າງສາພັດທະນາເພື່ອສ້າງປະເທດລາວໃຫ້ມັ່ງຄັ່ງເຂັ້ແຂງ, ປະຊາຊົນມີຄວາມຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ພ້ອມກັນນັ້ນ ກໍປະກອບສ່ວນຢ່າງສົມກຽດເຂົ້າໃນການສ້າງຄວາມຈະເລີນວັດທະນາຂອງປະຊາຄົມອາຊຽນ ກໍຄືໃນພາລະກິດແຫ່ງການເສີມສ້າງສັນຕິພາບ, ສະຖຽນລະພາບ, ມິດຕະພາບແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນແລະ ສາກົນ.

No comments:

Post a Comment