Ad

Ad

7 September 2015

ກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກກະຊວງການເງິນເລືອກເອົາຄະນະພັກຊຸດໃໝ່


   ກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກກະຊວງການເງິນ ໄດ້ອັດລົງດ້ວຍຜົນສຳເລັດສະຫງ່າງາມໃນວັນທີ 4 ກັນຍານີ້, ພາຍຫລັງໄດ້ດໍາເນີນມາເປັນເວລາ 2 ວັນ, ໂດຍໄດ້ເປັນເອກະພາບປ່ອນບັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ຈໍານວນ 15 ສະຫາຍ ແລະ ໃນນັ້ນໄດ້ເລືອກເອົາສະຫາຍ ດຣ. ລຽນ ທີແກ້ວ ເປັນເລຂາຄະນະບໍລິຫານງານພັກກະຊວງດັ່ງກ່າວອີ ກຄັ້ງໃໝ່, ສະຫາຍບຸນໂຈມ ອຸບົນປະເສີດ ເປັນຮອງເລຂາຄະນະ ແລະ ທັງເປັນປະທານກວດກາ, ສະຫາຍ ທຸມ ຄຳພານິດ ແລະ ສະຫາຍ ບຸນທົງ ໝັ້ນອານົງ ເປັນຮອງປະທານກວດກາ.

     ໃນໂອກາດນີ້, ສະຫາຍ ດຣ. ບຸນປອນ ບຸດຕະນະວົງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດມະຫາພາກ ແລະ ບໍລິການ ກໍໄດ້ໃຫ້ກຽດໂອ້ລົມແນະນໍາຄະນະພັກຊຸດໃໝ່ໃຫ້ເອົາໃຈໃສ່ຊີ້ນຳ-ນຳພາການເມືອງແນວຄິດ ແລະ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ມີຜົນສຳເລັດດີກວ່າເກົ່າ ແລະ ເນັ້ນໃຫ້ມີການແບ່ງໜ້າທີ່ຮັບຜິດຊອບວຽກງານໃຫ້ລະອຽດຈະແຈ້ງ ແລະ ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ຂອງຄະນະພັກໃຫ້ດີ, ໂດຍຍຶດຖືຫລັກການລວມສູນປະຊາທິປະໄຕໃຫ້ເຂັ້ມງວດ, ເອົາໃຈໃສ່ເສີມຂະຫຍາຍທ່າແຮງການນຳພາລວມຂອງໝູ່ຄະນະ, ທ່າແຮງສະຕິປັນຍາ
ແລະ ຫົວຄິດປະດິດສ້າງຂອງບຸກຄົນ, ປະຕິບັດລະບອບປະຊຸມ ແລະ ລາຍງານສ່ອງແສງ, ຂໍຄວາມເຫັນຂອງຄະນະພັກໃຫ້ເຂັ້ມງວດ, ມີການກວດກາວຽກງານໃນແຕ່ລະໄລຍະ ນັບທັງໝູ່ຄະນະ ແລະ ຄວາມຮັບຜິດ ຊອບຂອງບຸກຄົນ ເພື່ອສົ່ງເສີມດ້ານດີ ແລະ ປັບປຸງແກ້ໄຂຈຸດອ່ອນຄົງຄ້າງຕ່າງໆ ໃຫ້ມີປະສິດທິຜົນ ແລະ ເປັນຮູບປະທຳ. ພ້ອມນີ້  ສະຫາຍ ດຣ. ບຸນປອນ ບຸດຕະນະວົງ ຍັງໄດ້ເນັ້ນວ່າ: ຄະນະພັກຊຸດໃໝ່ ຕ້ອງຖືຄວາມສາມັກຄີເປັນປຶກແຜ່ນ, ເປັນແບບຢ່າງນຳໜ້າ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມປອດໃສຂາວສະອາດ ໃນການປະຕິບັດໜ້າທີ່ວຽກງານ ແລະ ການດຳລົງຊີວິດ, ຍາມໃດກໍໃຫ້ຖືເອົາຜົນປະໂຫຍດຂອງປະເທດຊາດ ແລະ ຂອງສ່ວນລວມຢູ່ເໜືອຜົນປະໂຫຍດສ່ວນຕົວ ແລະ ຫວັງຢ່າງຍິ່ງວ່າ ອົງຄະນະພັກກະຊວງພ້ອມດ້ວຍພະນັກງານ-ລັດຖະກອນທຸກຖ້ວນໜ້າ ຈະສາມາດຍາດໄດ້ຜົນສຳເລັດອັນໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ ໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ສ້າງລະບົບການເງິນ-ງົບປະມານຂອງປະເທດຊາດ ໃຫ້ເຂັ້ມແຂງໝັ້ນຄົງ ແລະ ທັນສະໄໝ, ເປີດກວ້າງການຮ່ວມມືກັບສາກົນບົນພື້ນຖານໄດ້ຮັບຜົນປະໂຫຍດຮ່ວມກັນ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ໃຫ້ບັນລຸຄາດໝາຍຂອງພັກ ແລະ ລັດ ທີ່ໄດ້ວາງໄວ້ເປັນຢ່າງດີ.

No comments:

Post a Comment