Ad

Ad

20 July 2015

ນຳສະເໜີລົດ ໂຕໂຍຕາ ໄຮລັກ ລີໂວ້ ຮຸ່ນໃໝ່ລ່າສຸດ



ໃນວັນທີ 17 ກໍລະກົດນີ້, ບໍລິສັດ ໂຕໂຍຕາ ມໍເຕີ້ ປະເທດໄທ ຈຳກັດ ໄດ້ຈັດພິທີນຳສະເໜີລົດໂຕໂຍຕາ ໄຮລັກ ລີໂວ້ ຮຸ່ນໃໝ່ຫລ້າສຸດຢ່າງ ເປັນທາງການ, ຂຶ້ນຢູ່ຫໍປະຊຸມແຫ່ງຊາດນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງລັດທະມົນຕີຊ່ວຍວ່າການກະຊວງໂຍທາ ທິການ ແລະ ຂົນສົ່ງ, ກະຊວງອຸດສະຫະກຳ ແລະ ການຄ້າ ແລະ ທ່ານ ວິຊຽນ ເອັມປະເສີດສຸກ ຮອງ ກຳມະການຜູ້ຈັດການໃຫຍ່ບໍລິສັດດັ່ງ ກ່າວ, ພ້ອມດ້ວຍສື່ມວນຊົນ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ ເປັນຈຳນວນຫຼວງຫລາຍ.
ຮອງກຳມະການຜູ້ຈັດການໃຫຍ່ ບໍລິສັດໂຕໂຍຕາ ມໍເຕີ້ປະເທດໄທ ຈຳກັດ ໄດ້ກ່າວວ່າ : ນັບແຕ່ການແນະນຳລົດກະບະ ໄຮລັກ ຮຸ່ນທີ 1 ໃນປີ 1968 ເປັນຕົ້ນມາ, ລົດກະບະ ໄຮລັກ
ໄດ້ຖືກຈຳໜ່າຍໃຫ້ລູກຄ້າຫລາຍກ ວ່າ 16 ລ້ານຄົນ ໃນ 180 ປະເທດ ທົ່ວໂລກ ຈົນສາມາດເວົ້າໄດ້ວ່າລົດ ກະບະ ໄຮລັກ ເປັນລົດໃນດວງໃຈ ຂອງລູກຄ້າຫລາຍທີ່ສຸດໃນທົ່ວ ໂລກ. ສຳລັບ ສປປ ລາວ ລົດກະບະ ໂຕໂຍຕາ ໄຮລັກ ເປັນລົດທີ່ໄດ້ ຮັບຄວາມນິຍົມສູງສຸດ, ນັບແຕ່ປີ 2005 ເປັນຕົ້ນມາ ເຊິ່ງໃນນັ້ນ ລົດໂຕໂຍຕາ ໄຮລັກ ວີໂກ້ແຊ໊ມ ເປັນລົດກະບະ ຮຸ່ນທີ 7 ທີ່ສາມາດຄອງຕຳແໜ່ງໃນຕະຫລາດລົດກະບະມາໂດຍຕະ ຫລອດ, ຍ້ອນຄຸນ ນະພາບ ແລະ ສະມັດທະນະຂອງ ລົດກະບະໂຕໂຍຕາທີ່ເຮັດໃຫ້ຄອງ ໃຈລູກຄ້າໃນທົ່ວ ປະເທດ. ມາຮອດປັດຈຸບັນນີ້ ບໍລິສັດ ຂອງພວກເຮົາ ໄດ້ຜະລິດລົດກະບະ ໄຮລັກ ລີໂວ້ ຮຸ່ນໃໝ່ອອກ ມາໃຫ້ລູກຄ້າໄດ້ເປັນເຈົ້າຂອງ ເຊິ່ງມີໃຫ້ເລືອກເຖິງ 2 ແບບຄື: ຮຸ່ນ 2 ປະຕູ ແລະ 4 ປະຕູ, ໃນນີ້ ມີເຖິງ 6 ຮຸ່ນຄື: 2 ປະຕູ (2.5 Single-Cab (5MT) ລາຄາ 22.900 ໂດ ລາສະຫະລັດ, 4 ປະ ຕູ (2.5 E Double Cab (5MT) ລາຄາ 28.300 ໂດລາ ສະຫະລັດ, (2.5 G Pre-runner (6MT) ລາຄາ 33.000 ໂດລາສະຫະລັດ, 4 ປະຕູ (2.5 E Double cab (6MT) ລາຄາ 34.300 ໂດ ລາສະຫະລັດ, 4 ປະຕູ (3.0 G Double Cab (6MT) ລາຄາ 38.900 ໂດລາ ສະຫະລັດ ແລະ 4 ປະຕູ (3.0 G Double Cab (5AT) ລາຄາ 41.700 ໂດລາສະຫະລັດ ແລະ ຫວັງວ່າທັງ 6 ຮຸ່ນນີ້, ຈະສາມາດ ຕອບສະໜອງທຸກຄວາມຕ້ອງ ການໃຫ້ແກ່ລູກຄ້າຜູ້ທີ່ສົນໃຈ ແລະ ນິຍົມໃນລົດໂຕໂຍຕາ ດັ່ງກ່າວ.

No comments:

Post a Comment