Ad

Ad

6 November 2013

ເກີດ​ເຫດ​ປຸ້ນ​ຮ້ານ​ຄຳ​ຢູ່​ແຂວງ​ອັດ​ຕະປື



     ຮອງ​ຫົວໜ້າ​ຫ້ອງການ​ກອງ​ບັນຊາ​ການ ປກສ ​ແຂວງ​ອັດ​ຕະປື ລາຍ​ງານ​ໃຫ້​ຮູ້​ວ່າ: ​ໃນ​ເວລາ​ປະມານ 16:00 ​ໂມງ ຂອງ​ວັນ​ທີ 3 ພະຈິກນີ້ ​ໄດ້​ເກີດ​ເຫດ​ປຸ້ນ​ຮ້ານ​ຂາຍ​ຄຳ​ທ້າວ ບຸນ​ເສັງ ຄຳ​ວົງສາ ຢູ່​ບ້ານ​ເມືອງ​ໃໝ່ ​ເມືອງ​ສາມັກຄີ​ໄຊ ​ແຂວງ​ອັດ​ຕະປື ​ໂດຍ​ມີ​ຄົນ​ຮ້າຍ​ໜຶ່ງ​ຄົນ​ໃສ່​ເສື້ອກັນ​ລົມ, ນຸ່ງ​ໂສ້ງ​ຂາ​ຍາວ,ໃສ່​ໝວກ​ກັນ​ກະ ທົບ​​ປິດ​​ໜ້າ ​ແລະ ຂີ່​ລົດຈັກ​ບໍ່​ມີ​ເລກ​ທະບຽນ ມາ​ຈອດ​ຢູ່​ຕໍ່ໜ້າ​ຮ້ານ​ດັ່ງ ກ່າວ ​ແລະ ຍ່າງ​ເຂົ້າມາ​ພາຍ​ໃນ​ຮ້ານ ພ້ອມ​ກັບ​ໃຊ້​ປືນສັ້ນ ຂູ່​ພະນັກງານ ​ແລະ ​ເຈົ້າຂອງ​ຮ້ານ​ຢ່າງ​ອຸກອາດ ​ແລະ ​ໃຊ້​ຄ້ອນ​ຕີ​ທີ່​ກຽມ​ມາ​ທຸບ​ໃສ່​ຕູ້​ແກ້ວ​ກວາດ​ເອົາ​ຄຳເປັນຈຳນວນຫລາຍ ແລ້ວຂັບ ຂີ່​ລົດຈັກ​ຫລົບໜີ​ໄປ, ຜ່ານ​ການ​ສືບສວນ-ສອບ​ສວນ​ເຈົ້າຂອງ​ຮ້ານ​ເບື້ອງຕົ້ນ​ໃຫ້ການ​ກັບ​ເຈົ້າໜ້າ​ທີ່​ວ່າ: ​ໂຈນ​ໄດ້​ເອົາ​ຄຳ​ໄປ​ນ້ຳໜັກ​ປະມານ 3 ກິ​ໂລກຣາມ ​ເຊິ່ງ​ເຫດການ​ປຸ້ນ​ຊັບ​ເທື່ອ​ນີ້ ​ເປັນ​ການ​ກະທຳ​ທີ່​ອັນຕະລາຍ​ຕໍ່​ສັງ ຄົມ,​ໂດຍ​ຈະ​ຕ້ອງ​ເລັ່ງຕິດຕາມ​ສືບສວນ-ສອບ​ສວນ ​ເພື່ອ​ນຳ​ຕົວ​ຄົນ​ຮ້າຍ​ມາ​ດຳ​ເນີນ​ຄະດີ​ຕາມ​ກົດ ໝາຍ​ໃຫ້​ໄດ້​ໂດຍ​ໄວ.

No comments:

Post a Comment