ການໃຊ້ຄວາມຮຸນແຮງຕໍ່ແມ່ ຍິງ, ເກີດຂຶ້ນໃນສັງຄົມມະນຸດມາ
ເປັນເວລາຫລາຍສະຕະວັດ ແລະ ຫລາຍເຊັ່ນຄົນ, ບໍ່ໄດ້ ເກີດຂຶ້ນສະເພາະເຈາະຈົງແຕ່ປະເທດໃດປະເທດໜຶ່ງ,
ວັດທະນະ ທຳໃດວັດທະນະທຳໜຶ່ງ, ມັນສາມາດເກີດຂຶ້ນໄດ້ທຸກ ເວລາ, ທຸກສະຖານທີ່ ໂດຍບໍ່ເລືອດຊົນຊັ້ນ ວັນນະ,
ເຊື້ອຊາດ, ສາສະໜາ, ຖານະໃນສັງຄົມ, ລະດັບການສຶກສາ ແລະ ເກີດຂຶ້ນໂດຍບໍ່ຈຳແນກ ວັດທະນະທຳ.
ສຳລັບ ສປປ. ລາວ ຄວາມຮັບຮູ້ຕໍ່ບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຍັງບໍ່ທັນ ເລິກເຊິ່ງ, ບາງກໍລະ
ນີຖືວ່າການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍເປັນເລື່ອງທຳມະດາ, ເປັນເລື່ອງປົກກະຕິ
ແລະ ເປັນສິ່ງທ້າທາຍທີ່ຈະ ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ.
ທ່ານນາງ ທຸມມາລີ ວົງພະຈັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ,
ຫົວໜ້າສູນ ໃຫ້ຄຳປຶກສາ ແລະ ປົກປ້ອງ ແມ່ຍິງ-ເດັກນ້ອຍ ໃຫ້ຮູ້ ວ່າ: ນັບແຕ່ເດືອນມັງກອນ
2006 ເຖິງ ເດືອນຕຸລາ 2013 ສູນໃຫ້ຄຳ ປຶກສາ ແລະ ປົກປ້ອງແມ່ຍິງ- ເດັກນ້ອຍໄດ້ໃຫ້ຄຳປຶກສາ
ແລະ ຊ່ວຍເຫລືອຜູ້ຖືກເຄາະຮ້າຍເປັນ ຕົ້ນແມ່ນບັນຫາກ່ຽວກັບການ ຢ່າຮ້າງຈາກສາຍພົວພັນຜົວ-
ເມຍ, ການທຳມິດສະຈານ, ການ ທຳຮ້າຍຮ່າງກາຍ, ຂ່ົມຂືນທຳ ສຳເລົາ, ການຮ່ວມປະເວນີ ກ່ອນແຕ່ງດອງ,
ສຸຂະພາບຈະ ເລີນພັນ, ຢາເສບຕິດ, ການ ທຳ ອານາຈານເດັກ, ເຜີຍແຜ່ສິ່ງ ລາມົກ, ການສໍ້ໂກງຊັບພົນລະ
ເມືອງ, ການແຕ່ງງານກັບຄົນ ຕ່າງປະເທດ, ຂໍ້ຂັດແຍ່ງການ ແບ່ງປັນສິນສົມສ້າງ, ບັນຫາຄ່າ
ດອງຄ້າງບໍ່ປະຕິບັດຕາມສັນ
ຍາສູ່ຂໍ ແລະ ອື່ນໆ. ໃນນັ້ນ ມີແມ່ ຍິງ-ເດັກນ້ອຍມາຂໍຄຳປຶກສາ 42.800 ກວ່າຄົນ, ຍິງ
13.800 ກວ່າຄົນ, ໄດ້ໃຫ້ຄຳປຶກສາທັງໝົດ 92.200 ກວ່າ ຄັ້ງ; ມີຜູ້ ຖືກເຄາະຮ້າຍຈາກຄວາມຮຸນແຮງເຂົ້າມາບຳບັດຟື້ນຟູຈຳນວນ
300 ຄົນ, ຍິງ 270 ຄົນ ໃນນັ້ນອາ ຍຸຕ່ຳກວ່າ 18 ປີມີ 192 ຄົນ ແລະ ມີຜູ້ຖືກເຄາະຮ້າຍທີ່ບໍ່ສາມາດ
ກັບຄືນຄອບຄົວເດີມ ຈຳນວນ 9 ຄົນ.
ພ້ອມດຽວກັນນີ້, ທ່ານຍັງໄດ້ ຍົກໃຫ້ເຫັນສິ່ງທ້າທາຍທີ່ຈະ
ຕ້ອງໄດ້ເອົາໃຈໃສ່ແກ້ໄຂເປັນ ຕົ້ນແມ່ນຄວາມຮັບຮູ້, ເຂົ້າໃຈ ຂອງສັງຄົມກ່ຽວກັບບົດບາດ ຍິງ-ຊາຍ,
ສິດສະເໝີພາບລະ ຫວ່າງຍິງ-ຊາຍບໍ່ທັນເລິກເຊິ່ງ ເຖິງຖອງ; ສັງຄົມ, ຄອບຄົວຍັງ ຖືເບົາຕໍ່ການໃຊ້ຄວາມຮຸນແຮງ
ຕໍ່ແມ່ຍິງ;ຮີດຄອງປະເພນີ, ທັດ ສະນະຄະຕິ, ຄວາມເຊື່ອຖື, ຄວາມຊິນເຄີຍອັນເກົ່າແກ່ຫລ້າ ຫລັງຍັງເປັນອຸປະສັກອັນໃຫຍ່
ຫລວງໃຫ້ແກ່ການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດ ອັນຊອບທຳຂອງແມ່ຍິງ; ການ ຈັດຕັ້ງປະຕິບັດແນວທາງນະໂຍ
ບາຍ, ລະບຽບກົດໝາຍທີ່ສົ່ງ ເສີມ-ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງບໍ່ທັນໄດ້ຮັບການ ປະຕິບັດຢ່າງເຂັ້ມງວດ,
ເງື່ອນໄຂ ເອື້ອອຳນວຍ, ງົບປະມານຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານປົກປ້ອງສິດຜົນປະໂຫຍດ ຂອງແມ່ຍິງ
ແລະ ເດັກນ້ອຍໂດຍສະເພາະແມ່ນການຊ່ວຍເຫລືອ ຜູ້ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງໃນຄອບຄົວ,
ຈາກການຄ້າມະນຸດ, ການກົດຂີ່ຂູດຮີດທາງເພດຍັງຈຳກັດນັບທັງສູນກາງ ແລະ ທ້ອງຖິ່ນ; ນິຕິກຳກ່ຽວກັບການຕ້ານ
ແລະ ສະ ກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຍັງມີລັກສະນະກວມລວມ,ບໍ່ທັນລະອຽດຈະແຈ້ງເຮັດໃຫ້ພາກປະຕິບັດມີຄວາມຫຍຸ້ງ
ຍາກ;ການປະສານງານຂອງແຕ່ລະ ພາກສ່ວນໃນການພັດທະນາ ແລະປົກປ້ອງແມ່ຍິງຈາກການໃຊ້ຄວາມຮຸນແຮງຍັງບໍ່ທັນ
ໄດ້ດີ ເທົ່າທີ່ຄວນ; ສະຖານທີ່ບຳບັດ ຟື້ນຟູ, ດູແລແມ່ຍິງ ແລະ ເດັກ ນ້ອຍທີ່ໄດ້ຮັບຜົນກະທົບຈາກການໃຊ້ຄວາມຮຸນແຮງ
ໃນຄອບຄົວຍັງມີໜ້ອຍ, ບໍ່ທັນມີບ່ອນ ຮອງຮັບໄລຍະຍາວທັງບໍ່ມີບ່ອນສົ່ງຕໍ່ເພື່ອຊ່ວຍເຫລືອຜູ້ເຄາະຮ້າຍແບບຄົບວົງຈອນ
ແລະ ທີ່ສຳຄັນ ແມ່ຍິງຈຳນວນໜຶ່ງຍັງບໍ່ທັນເປັນເຈົ້າການໃນການພັດທະນາຕົນ ເອງໃນທຸກດ້ານ, ສະຕິເຄົາລົບ
ແລະ ປະຕິບັດ ກົດໝາຍຍັງບໍ່ທັນ ສູງ ແລະ ອື່ນໆ.
No comments:
Post a Comment