Ad

Ad

25 October 2013

ເຮັດໃຫ້ຊີໄຣສ່ອງແສງປານແວ່ນ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
     ຂ່າວທ່ານ ສຸຂີ ນໍລະສິລປ໌ ນັກ ປະພັນນາມມະຍົດສິລະປິນດີເດັ່ນ ຄົນໜຶ່ງຂອງໃຕ້ຟ້າເມືອງລາວ ໄດ້ຮັບລາງວັນວັນນະກຳ ຍອດຢ້ຽມອາຊຽນ ຫລື ຊີໄຣ (SEAWRITE) ປະຈຳປີນີ້ຜ່ານສື່ມວນຊົນຫວ່າງ 4-5 ມື້ຜ່ານມາ ຄົງເປັນຈຸດສະດຸດຕາຂອງ ຫລາຍໆທ່ານໂດຍສະເພາະກໍແມ່ນເຫລົ່ານັກສິລະປິນຄົນສິນ ແລະ ບັນດານັກ ອ່ານທີ່ເປັນຊູ້ທາງໃຈຂອງເຈົ້າຂອງລາງວັນຊີໄຣ ຄົນ ທີ 16 ຕາມ ຊື່ທີ່ໄດ້ສະເໜີໃນແຖວທຳອິດນັ້ນເອງ.
    ຂ່າວນີ້ເຮັດໃຫ້ຈານແຍ່ຍົກຝາມືຂຶ້ນມານັບຂໍ້ແລ້ວບອກຕົນເອງວ່າ: ແມ່ນແລ້ວ ແມ່ນຄົນທີ 16 ແທ້ ໂດຍໄດ້ຫວນເຫັນວ່າ: ທ່ານ (ມະຫາ) ດຣ. ທອງຄຳ ອ່ອນມະນີ ສອນ ສິລະປິນແຫ່ງຊາດ ເປັນຜູ້ ບຸກເບີກເສັ້ນທາງສູ່ລາງວັນຊີໄຣ ສາຍກະວີຄົນທຳ ອິດ ໃນປີ 1998, ແຕ່ຍ້ອນສຸຂະພາບບໍ່ເປັນໃຈ ທ່ານຈຶ່ງບໍ່ສາມາດໄປຮັບເອົາ ລາງວັນຢູ່ໂຮງແຮມອໍຣຽງຕານ (ORIENTAL) ຢູ່ບາງກອກ ດ້ວຍຕົນເອງ. ນັກປະພັນລາວຄົນທີ ສອງທີ່ຄວ້າລາງວັນຊີໄຣສາຂາ ເລື່ອງສັ້ນ ໃນປີ 1999 ແມ່ນສິລະ ປິນແຫ່ງ ຊາດ ຈັນທີ ເດືອນ ສະຫວັນ, ສ່ວນໃນປີຕໍ່ໆມາກໍມີສິລະ ປິນແຫ່ງຊາດ ສຸວັນທອນ ບຸບຜານຸວົງ, ໂສມສີ ເດຊາຄຳພູ, ນັກປະ ພັນ ບຸນທະນອງ ຊົມໄຊ ຜົນ ເປັນນັກປະພັນຊີໄຣຄົນທີ 14, ດວງໄຊ ຫລວງພາສີ ເປັນຄົນທີ 15.

     ຂ່າວເສົ້າໃນວົງການຊີໄຣ ລາວ ກໍຄືເຈົ້າຂອງລາງວັນອັນ ຊົງຄຸນຄ່າຈຳນວນ 3 ຄົນ ໄດ້ເສຍ ຊີວິດລົງແລ້ວ ຄືນັກປະພັນ ສຸວັນ ທອນ ບຸບຜານຸວົງ, ໂສມສີ ເດຊາ ຄຳພູ ແລະ ທຽບ ວົງປະກາຍ (ດາວເໜືອ) ແລະ ອີກສອງທ່ານ ນັ້ນສຸຂະພາບບໍ່ເປັນ ໃຈເຊັ່ນ: ດຣ. ທອງຄຳ ອ່ອນມະນີສອນ ແລະ ຈັນທີ ເດືອນສະຫວັນ ບໍ່ນັບຈຳ ນວນທີ່ພວມຊອກຝາກອາຍຸໄວ້ ທະນາຄານ (ໂດຍຈະບໍ່ຍອມ ຖອນ) ຍ້ອນຄວາມເຖົ້າເຂົ້າມາຢາມ ທີ່ຕ້ອງເຮັດໃຫ້ທ່ານຜູ້ອ່ານເສຍເວລາອ່ານຍາວຍືດປືດບໍ່ສຸດ ເປັນນີ້ ກໍຍ້ອນມີຄຳຖາມຊ້ອງມາ ໃຫ້ຕອບວ່າ: ເຫດໃດນັກປະພັນລາວຈຶ່ງເປັນຂ່າວແຕ່ຕອນໄດ້ຮັບລາງວັນ ຈາກນັ້ນແມ່ນມິດຊ້ອຍ ມ້ອຍ ? ເຫດໃດລາງວັນຊີໄຣຈຶ່ງ ມີແຕ່ຄົນຢູ່ສູນກາງໄດ້ຮັບ ? ນັກ ປະພັນເຈົ້າຂອງລາງວັນເຫລົ່ານີ້ ປະຫຍັງໄວ້ໃຫ້ຮຸ່ນສືບທອດ ແດ່ ?. ຄຳຖາມເຫລົ່ານີ້ຄວນແມ່ນ ສະມາຄົມນັກປະພັນເປັນຄົນຕອບ, ແຕ່ເພື່ອບໍ່ໃຫ້ເສຍຫລ່ຽມຄຳວ່າ: “ຈານແຍ່” ຈຶ່ງຢາກຂໍ ບອກຕາມຄວາມເຂົ້າໃຈວ່າ: ວິຖີຊີວິດ ການເຄື່ອນໄຫວຂອງຄົນສິນ ແລະ ວົງການສິນຂອງພວກເຮົາ ໂດຍສະເພາະໃນສາຂາ ວັນນະສິນນັ້ນ ຍັງບໍ່ເປັນຕ່ອງໂສ້, ຍັງຂຶ້ນກັບ ເຫດການລະດູການທີ່ພາໃຫ້ມີບັ້ນ ແຂ່ງຂັນບົດປະພັນແລ້ວກໍກາຍ ເປັນຂ່າວ, ສ່ວນລາງວັນຊີໄຣນັ້ນ ກໍແມ່ນລາງວັນພາກພື້ນ ເຊິ່ງມີ ປະເທດຮັບຜິດຊອບເປັນເຈົ້າພາບຈັດຂຶ້ນແຕ່ລະປີຄັກແນ່. ດັ່ງນັ້ນ, ຫລາຍເງື່ອນໄຂກໍຍັງຂຶ້ນກັບປະເທດເຈົ້າພາບເຊິ່ງບາງເທື່ອພິທີ ມອບ-ຮັບລາງວັນກໍມີອັນຊັກຊ້າ, ເງິນລາງວັນກໍຂຶ້ນກັບຄວາມສາ ມາດຂອງເຈົ້າພາບໃນການຊອກຫາມາໄດ້. ສຳລັບຢູ່ປະເທດພວກ ເຮົາ, ໄລຍະການພິມບົດ (ປຶ້ມ) ທີ່ຊະນະລາງວັນຮອດເວລາ ໄປຮັບ ຕົວຈິງນັ້ນຈໍ້ໂພດ ຈຶ່ງເຮັດການໂຄ ສະນາຈຳກັດ, ເມື່ອຮັບລາງ ວັນມາແລ້ວກໍໂຄສະນາກັນເປັນເວລາສັ້ນໆ ບໍ່ເປັນຂະ ບວນ ການຕໍ່ເນື່ອງ. ສຳລັບຄຳຖາມທີ່ວ່າ: ເປັນຫຍັງຈຶ່ງມີແຕ່ນັກປະພັນສູນ ກາງໄດ້ຮັບລາງວັນນັ້ນ, ຈານແຍ່ຈະເບິ່ງແຕ່ເງື່ອນໄຂ ການເຂົ້າເຖິງຂະບວນລາງວັນ. ນັກປະພັນທີ່ສູນກາງຢູ່ກັນເປັນກຸ່ມສາມາດເຂົ້າ ເຖິງຂ່າວກ່ຽວກັບລາງວັນໄດ້ໄວກວ່າລວມ ທັງເງື່ອນໄຂຈັດພິມຜົນງານກໍສະດວກກວ່າຢູ່ທ້ອງຖິ່ນ, ສ່ວນວ່າເລື່ອງຄວາມສາມາດ ຫລື ພອນສະຫວັນຂອງເຫລົ່າສິລະ ປິນນັ້ນຄົງບໍ່ມີໃຜລື່ນໃຜດ໋ອກ. ຈານແຍ່ວ່າ: ບັນຫາທີ່ມີນັ້ນສາມາດແກ້ໄຂໄດ້ໂດຍການເຜີຍແຜ່ກົດ ລະບຽບຂອງຊີໄຣໃຫ້ທົ່ວ ເຖິງບວກກັບລະບຽບການ ແລະ ເປົ້າໝາຍການຂຽນໃນແຕ່ລະໄລຍະຂອງບ້ານເຮົາ. ເມື່ອເຮົາສາມາດຕີ ຂອບລາງວັນວັນນະ ກຳແມ່ນ້ຳຂອງໃຫ້ກວ້າງອອກແລ້ວ ເຫດໃດຈະເຮັດບໍ່ໄດ້ກັບລາງວັນຊີໄຣ ?, ສ່ວນຄຳຖາມສຸດທ້າຍກ່ຽວກັບ ສິ່ງທີ່ນັກປະພັນລາງວັນຊີໄຣ ຄວນປະໄວ້ໃຫ້ຮຸ່ນສືບທອດນັ້ນ, ຈານແຍ່ວ່າ ສຳຄັນຫລາຍ. ຜ່ານມາທາງສະມາຄົມນັກປະພັນເຄີຍ ສັງລວມຜົນງານຊີໄຣລາວໄວ້ເປັນເຫລັ້ມຫລາຍພໍສົມຄວນ, ແຕ່ການເຜີຍແຜ່ ຫລື ແປຮູບບົດປະພັນເຫລົ່ານັ້ນໃຫ້ເປັນລະຄອນ, ຮູບເງົາ ແລະ ສິນສາຂາອື່ນໆນັ້ນຍັງຈຳກັດ. ດັ່ງນັ້ນ, ສັງຄົມເລີຍບໍ່ເຂົ້າເຖິງ “ແອ້” ຂອງບົດປະພັນ. ຮອດດຽວນີ້ ຍັງບໍ່ທັນມີບົດວິ ຈານ ຫລື ການຖອດຖອນບົດຮຽນກ່ຽວກັບບົດຮຽນດ້ານເຕັກນິກ ຫລື ດ້ານສິນຂອງແຕ່ລະນັກປະພັນໄວ້ຢ່າງລະອຽດ. ສະຫລຸບຄວາມແລ້ວ, ບົດປະພັນຂອງສິລະປິນລາວຍັງຂາດການເຈຍລະໄນກໍວ່າໄດ້. ດັ່ງນັ້ນ, ຈະໃຫ້ມັນໃສພໍຈະໃຊ້ເປັນແວ່ນແຍງ ໄດ້ແນວໃດ.

No comments:

Post a Comment