Ad

Ad

12 September 2013

ປະເພນີບຸນຫໍ່ເຂົ້າສະຫລາກ ( ຄໍລຳ ວັດທະນະທຳ )



     ບຸນຫໍ່ເຂົ້າສະຫລາກ ແມ່ນຮີດ ທີ 10 ເຊິ່ງນອນຢູ່ໃນຫນຶ່ງຮີດ 12 ຄອງ 14 ຂອງລາວເຮົາທີ່ເຄີຍປະຕິບັດກັນມາແຕ່ບູຮານ ນະການ, ເຂົ້າສະຫລາກຫມາຍ ຄວາມວ່າ :     ເຄື່ອງຂອງທານຕ່າງໆເຊິ່ງຜູ້ສັດທາຈະຫໍ່ ແລະ ຂຽນຂໍ້ຄວາມໄວ້ ຕາມຄວາມມຸ່ງຫວັງຂອງຕົນແລ້ວເອົາໄປຖວາຍໃຫ້ວັດເພື່ອພະສົງສຳມະເນນຈະ ໄດ້ຮັບເອົາ ຄວາມກຸສົນສະຫລາກດັ່ງກ່າວ, ບຸນເຂົ້າສະຫລາກນີ້ ຈະຈັດຂຶ້ນໃນ ເດືອນ 10 ເພັງລາວຂອງທຸກໆປີ ໃນໄລຍະທີ່ພະສົງພວມຈຳພັນສາ ຫລື ຍັງເອີ້ນວ່າ : “ ບຸນເດືອນ 10”   ແລະ ເປັນຫຍັງຈຶ່ງເຮັດບຸນດັ່ງກ່າວນີ້, ຕາມທຳມະບົດໄດ້ຂຽນ ໄວ້ ວ່າ : ມີຕະກຸນຮັ່ງມີຕະກຸນໜຶ່ງ ເຊິ່ງມີລູກຊາຍຜູ້ຫນຶ່ງທີ່ພໍ່ ເສຍຊີວິດແຕ່ຍັງນ້ອຍ. ພໍໃຫຍ່ເປັນບ່າວ,  ແມ່ກໍໄດ້ຫາຜູ້ຍິງທີ່ຄູ່ຄວນກັນມາ ເປັນເມຍ ແລະ ຢູ່ມາ ຫລາຍຟ້າຫລາຍປີກໍບໍ່ມີ ລູກ. ເມື່ອເປັນແນວ ນີ້, ຜູ້ເປັນແມ່ຈຶ່ງໃຫ້ລູກຊາຍເອົາ ເມຍຜູ້ທີສອງ. ຢູ່ນຳກັນບໍ່ດົນ, ເມຍ ນ້ອຍກໍຕັ້ງທ້ອງ ແລະ ຂະນະ ນັ້ນ ເມຍຫລວງເກີດຄວາມອິດສາ ເນື່ອງຈາກຢ້ານລູກເມຍນ້ອຍໄດ້ ຮັບມໍລະດົກ ຈຶ່ງພະ ຍາຍາມຂ້າ ລູກໃນທ້ອງເມຍນ້ອຍໂດຍໄດ້ ບອກວ່າ :  ຖ້າຕັ້ງທ້ອງເມື່ອໃດກໍ ໃຫ້ບອກ ແລະ ເມຍນ້ອຍກໍບອກ. ໂດຍບອກເທື່ອທີຫນຶ່ງກໍລັກເອົາ ຢາໃສ່ອາຫານ, ເທື່ອທີ 2 ກໍຄືກັນ ແລະ ເທື່ອທີ 3 ກໍບອກ, ແຕ່ຢ້ານບໍ່ ໄດ້ຮັບຄວາມປອດ ໄພນາງຈຶ່ງລັກ ຫນີອອກຈາກເຮືອນໄປອາໄສຢູ່ ນຳພີ່ນ້ອງ. ໃນທີ່ສຸດ ຍ້ອນທົນພິດ ບໍ່ໄຫວທັງແມ່ ແລະ ລູກໃນທ້ອງກໍ
ເສຍຊີວິດ. ກ່ອນຕາຍ, ນາງເມຍ ນ້ອຍໄດ້ຜູກເວນໄວ້ວ່າ : ຊາດ ໜ້າຕໍ່ໄປຂໍໃຫ້ເກີດເປັນຍັກຂີນີ ໃຫ້ໄດ້ ນາຄາບກິນລູກ ເມຍຫລວງພ້ອມ ແມ່. ເມື່ອຕາຍໄປກໍເກີດເປັນ ແມວ, ສ່ວນເມຍ ຫລວງກໍຖືກຜົວ ຂ້າຕາຍແລ້ວໄປເກີດເປັນໄກ່ຢູ່ ເຮືອນດຽວກັນກັບແມວ ( ເມຍ ນ້ອຍ ). ກ່ອນໄກ່ແມ່ ( ເມຍຫຼວງ ) ຈະຕາຍ ກໍໄດ້ຜູກເວນໄວ້ຄືກັນວ່າ:  ຄັນເກີດ ຊາດຫນ້າຂໍໃຫ້ເປັນເສືອ ເຫລືອງ, ເມຍນ້ອຍເກີດເປັນ ກວາງ. ເມື່ອແມ່ວາງຕາຍໄປກໍໄດ້ ຜູກເວນໄວ້ອີກຄື  ໄດ້ເກີດເປັນຍັກ ຂີນີ, ສ່ວນເສືອເຫລືອງກໍເປັນເປັນ ນາງ ກຸລະທິດາ ຢູ່ເມືອງສາວັດຖີ. ຄັນເມື່ອນາງກຸລະ ທິດາໃຫຍ່ເປັນ ສາວກໍໄດ້ແຕ່ງດອງກັບຊາຍຜູ້ ຫນຶ່ງເຖິງລູກທີສອງ. ພໍເຖິງລູກ ຄົນທີສາມ ສອງຜົວເມຍກໍພາລູກຫນີຈາກ ເຮືອນ, ຂະນະນັ້ນ, ນາງ ຍັກຂີນີ  ກໍໄລ່ໄປທັນພໍດີ ແຕ່ສອງ ຜົວເມຍພ້ອມລູກນ້ອຍກໍເຂົ້າໄປ ເພິ່ງພະພຸດທະເຈົ້າຢູ່ວັດພະເຊ ຕະວັນມະຫາວິຫານ. ຂະນະນັ້ນ, ພະພຸດທະເຈົ້າພວມສະແດງທຳຢູ່ ແລະ ໄດ້ທອດພະເນດເຫັນສອງຜົວເມຍອູ້ມລູກ ນ້ອຍ ເຂົ້າມາເພິ່ງ, ສ່ວນນາງຍັກຂີນີນັ້ນໄດ້ຢືນຢູ່ຂ້າງນອກ. ເວລານັ້ນ, ພະພຸດທະ ເຈົ້າໄດ້ສັ່ງໃຫ້ພະອານົນອອກໄປບອກໃຫ້ ນາງຍັກ ຂີນີເຂົ້າມາພະອົງກໍຊົງສະແດງໂທດຂອງການຜູ້ພະຍາບາດຈ່ອງເວນກັນວ່າ : ເວນບໍ່ລະງັບໄດ້ຍ້ອນການຈ່ອງເວນຄືເປັນເວນກັນ ຢູ່ບໍ່ແລ້ວດັ່ງ ແມວກັບຫນູ, ງູເຫົ່າກັບຈອນ ພອນ, ກາກັບນົກເຄົ້າ, ຫມີກັບໄມ້ ຄໍ້ຖືວ່າເປັນກຳເປັນເວນກັນບໍ່ ແລ້ວຈັກເທື່ອ. ພ້ອມດຽວກັນກໍ ໄດ້ສອນບໍ່ໃຫ້ພະຍາຍາດຈ່ອງ ເວນກັນ ແລະ ສັ່ງໃຫ້ ນາງ ກຸລະ ທິດາຮັບເອົານາງຍັກຂີນີໄປລ້ຽງ. ເວລານາງ ກຸລະທິດາ ລ້ຽງນັ້ນ ເມື່ອນາງໃຫ້ໄປຢູ່ໃສກໍບໍ່ສະບາຍ ບໍ່ເປັນສຸກ, ໃຫ້ຢູ່ໃນຄົກ, ອຸແອ່ງ ນ້ຳ, ຄີໄຟ, ຊາຍຄາເຮືອນກອງຂີ້ ຝອຍ, ປະຕູເຮືອນ ກໍຢູ່ບໍ່ໄດ້ຈຶ່ງໃຫ້ ອອກໄປຢູ່ບ່ອນກາງແຈ້ງຫົວໄຮ່ ປາຍນາ ໂດຍນາງ ກຸລະທິດາ ໄດ້ ເອົາໃຈໃສ່ບົວລະບັດເປັນຢ່າງດີ ແລະ ນາງ ຍັກຂີນີ ຮູ້ວ່າ : ປີໃດ ຟ້າຝົນດີ ຫລື ບໍ່ໄດ້ ແລະ ກໍໄດ້ ແນະນຳ ນາງ ກຸລະທິດາ ເຮັດນາຖືກຕ້ອງຕາມຟ້າຝົນຈົນເປັນ ຜູ້ຮ່ັງມີສາມາດເອົາເຂົ້າຂອງໄປເຮັດບຸນຖວາຍເປັນສະຫລາກມື້ ລະ 8 ເທື່ອ. ທັງນີ້, ເມື່ອຊາວລາວເຮົາຮູ້ເຫດຄວາມເປັນມາ ຂອງການຖວາຍສະຫລາກກະພັດດັ່ງກ່າວຈຶ່ງໄດ້ພາກັນເຮັດບຸນຫໍ່ເຂົ້າສະຫລາກມາຈົນເທົ່າທຸກມື້ນີ້.

No comments:

Post a Comment