Ad

Ad

20 June 2013

ເສັ້ນທາງຫຼາຍເສັ້ນໃນນະຄອນຫຼວງວຽງຈັນເກີດນ້ຳຖ້ວມຂັງໄວສາເຫດຍ້ອນຮ່ອງລະບາຍນ້ຳບໍ່ຮັບປະກັນ



          ແລງມື້ວານນີ້ໄດ້ເກີດມີຝົນຕົກຟ້າລົມແຮງປົກຄຸມໄປທົ່ວນະຄອນຫຼວງວຽງຈັນ, ພຽງປະ ມານ 30  ກວ່ານາ ທີໄດ້ເຮັດໃຫ້ເສັ້ນທາງສາຍ ຕ່າງໆເກີດນ້ຳຖ້ວມຂັງ ເປັນຈຳນວນຫຼາຍ, ສົ່ງຜົນໃຫ້ ການສັນຈອນໄປ ມາພົບຄວາມຍຸ້ງຍາກ, ບ້ານເຮືອນທີ່ຕັ້ງຢູ່ບໍລິ ເວນພື້ນທີ່ຕ່ຳກໍໄດ້ຮັບຜົນປະທົບ ຢ່າງບໍ່ເຄືຍມີມາກ່ອນ, ມີ ຫຼາຍຄົນໃຫ້ເຫດຜົນວ່າອາດແມ່ນຍ້ອນມີການຖົມບຶງ, ຖົມໜອງເພື່ອປຸກ ສ້າງບ້ານເຮືອນຫຼາຍ ແລະ ຮອງ ລະບາຍນ້ຳໃ ນຕົວເມືອງກໍບໍ່ຮັບ ປະກັນ,ເຮັດໃຫ້ ນ້ຳລະບາຍອອກ ບໍ່ທັນດັ່ງສາມແຍກເສັ້ນທາງສາຍ ລົມ, ສີແຍກໄຟແດງສີດຳດວນ, ເສັ້ນທາງບ້ານ ທົ່ງສາຍນາງ, ເສັ້ນ ທາງສາມແຍກຂື້ນຄ້ອຍໄປ ຫາໂຮງໝໍ 150 ຕຽງ ແລະ ບ່ອນ ອື່ນໆທີ່ເປັນເຂດພື້ນທີ່ຕ່ຳເກີດນ້ຳ ຖ້ວມຂັງເປັນຫຼາຍ ຊົ່ວໂມງ ແລະ ຜູ້ທີ່ຢູ່ໃກ້ຄຽງ ຕ່າງກໍໃຫ້ຂໍ້ຄິດເຫັນ ວ່າ:ພາກສ່ວນກ່ຽວຂ້ອງຍັງຖື ເບົາກໍ່ການລວງຄອງລະບາຍນ້ຳກ່ອນລະດູຝົນຈະມາເຖິງ ບວກໃສ່ບາງຈຸດຍັງມີສິ່ງກີດຂວາງອຸດຕັນ ເຮັດໃຫ້ນ້ຳໄຫຼບໍ່ສະດວກຈຶ່ງ ເກີດມີສະພາບນ້ຳ ຖ້ວມຢ່າງໄວວາຄືມື້ວານນີ້.
        ດັ່ງນັ້ນເຫັນວ່າເຖິງເວລາ ແລ້ວທີ່ອຳນາດການປົກຄອງ ແລະ ພະແນກການກ່ຽວຂອງຂອງນະຄອນ ຫຼວງວຽງຈັນ ຈະຕ້ອງຄຳນຶງ ແລະ ຮີບ ຮ້ອນປົວແປງ ແລະ ອະນາໄມຄອງລະບາຍນ້ຳໃຫ້ດີ, ເພື່ອບໍ່ປະປ່ອຍໃຫ້ສະພາບແບບນີ້ເກີດຂື້ນມາອີກ, ນອກຈາກຈະສ້າງຄວາມສະດວກໃຫ້ ການສັນຈອນໄປມາໃຫ້ແກ່ສັງຄົມແລ້ວ, ຍັງຊ່ວຍໃຫ້ນະຄອນຫຼວງຮັບປະກັນໄດ້ນະໂຍບາຍ ສ.ສະອາດ ທີ່ວາງໄວ້ ແລະ ສ້າງໃຫ້ນະຄອນຫຼວງ ວຽງຈັນມີຄວາມງົດງາມ ແລະ ເປັນຕາໜ້າຢູ່.

No comments:

Post a Comment