Ad

Ad

4 June 2013

ເກີດ​ເຫດ​ຍິງ​ກັນ​ຕາຍຢູ່​ເສັ້ນທາງ​ຜ່ານ​ຕະຫຼາດທົ່ງ​ຂັນ​ຄຳ ​ອາ​ດຍ້ອນບັນຫາ​ຢາ​ເສບ​ຕິດ



ຂອບໃຈພາບຈາກ facebook
             ຊາຍໜຸ່ມ​ນອນ​ເສຍ​ຊີວິດ​ຈົມ​ກອງ​ເລືອດພ້ອມລົດຈັກ​ທີ່​ຜູ້ກ່ຽວຂັບ​ຂີ່​ມາ ພາຍຫຼັງ​ເກີດ​ມີ​ຄົນ​ຮ້າຍ​ຂັບ​ຂີ່​ລົດ​ເກງຕັດ ໜ້າ ກ່ອນ​ຈະ​ໃຊ້​ອາວຸດ​ປືນ​ຍິງ​ໃສ່​ຜູ້ກ່ຽວເຮັດ​ໃຫ້​ເສຍ​ຊີວິດ​ຄາ​ທີ່ຢູ່ເສັ້ນທາງ​ຜ່ານຕະຫຼາດທົ່ງ​ຂັນ​ຄຳ ​ເມືອງຈັນທະ​ບູລີ ນະຄອນ ຫຼວງວຽງຈັນ
         ​ເຈົ້າໜ້າທີ່​ຫ້ອງ​ຕຳຫຼວດ ນະຄອນຫຼວງວຽງຈັນ ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 2 ມິຖຸນາ ນີ້ ເວລາ​ປະ ມານ 16 ໂມງ ມີ​ສະພາບ​​ເກີດ​ເຫດ​ພວກ​ບໍ່ດີ​ຍິງ​ກັນ​ຕາຍ ຢູ່​ລະຫວ່າງ​ເສັ້ນທາງ​ຜ່ານ​ຕະຫຼາດທົ່ງ​ຂັນ​ຄຳ ​ເມືອງ ຈັນ ທະ​ບູລີ ນະຄອນຫຼວງ ວຽງຈັນ,  ທາງ​ເຈົ້າໜ້າທີ່​ຕຳ ຫຼວດກອງ ສືບສວນ-ສອບ​ສວນ ແລະ ໜ່ວຍງານ​ນິຕິ​ວິທະຍາ ນະ ຄອນຫຼວງວຽງຈັນ ກໍ​ໄດ້​ລົງ​ກວດ ກາ​ສະຖານ​ທີ່​ເກີດ​ເຫດ ​ແລະ ພົບ​ຮ່າງທີ່​ໄຮ້​ວິນ​ຍານ​ຂອງ​ຊາຍ ໜຸ່ມ ຜູ້ໜຶ່ງນອນ​ເສຍ​ຊີວິດຈົມ​ກອງ ​ເລື່ອ​ດກັບ​ລົດຈັກ​ທີ່​ຜູ້ກ່ຽວຂັບ​ຂີ່​ມາ, ພ້ອມ​ທັງ​ປືນສັ້ນ ແລະ ຢາ​ເສບ​ຕິດ​ຈຳນວນໜຶ່ງ. ຜ່ານ​ຈາກ​ການພິສູດ ​ແລະ ​ສືບສວນ-ສອບ​ສວນ ຂອງ​ເຈົ້າໜ້າທີ່​ພົບ​ວ່າຜູ້​ຖືກ​ຍິງ ເສຍ​ຊີວິດ ຊື່​ທ້າວ ກຸ່ຍ ອາຍຸ​ປະມານ 24 ປີ ຢູ່​ບ້ານ ສີ​ເມືອງ ​ເມືອງ ສີ​ສັດຕະ​ນາກ ນະຄອນ ຫຼວງວຽງ ຈັນ .
    ຈາກ​ການ​ສັນນິຖານ​ຂອງ​ເຈົ້າໜ້າທີ່ຢູ່​ສະຖານ​ທີ່​ເກີດ​ເຫດບອກ ວ່າ: ສາ​ເຫດການ​ຍິງ​ກັນ​ຕາຍ ຄັ້ງ ນີ້ອາດ​ເກີດ​ຈາກ​ການ​ຂັດ​ແຍ່ງ​ທາງ​ດ້ານ​ຢາ​ເສບ​ຕິດຫຼາຍກ່ວາບັນຫາ​ອື່ນ ເນື່ອງ​ຈາກວ່າທີ່​ຜ່ານ​ມາ​ຜູ້​ຕາຍ ເຄີຍ​ມີ​ປະຫວັດການ​​ເຄື່ອນ​ໄຫວ​ຄ້າຂາຍ​ຢາ​ເສບ​ຕິດມາ​ກ່ອນ​ແລ້ວເຊິ່ງ​ມັນ ສະ​ແດງ​ອອກ​ໃນ​ຂະນະ​ທີ່​ເຈົ້າໜ້າທີ່​ທຳ​ການ​ສັນ​ນະ​ສູດ​ສົບ​ກໍ​ໄດ້​ພົບປືນສັ້ນພ້ອມ​ຢາ​ເສບ​ຕິດ​ຈຳນວນ ໜຶ່ງຢູ່​ໃນ​ການ​ ຄອບ​ຄອງ​ຂອງ​ຜູ້​ຕາຍ.

No comments:

Post a Comment