Ad

Ad

13 June 2013

ຕຳຫລວດເປີດເຜີຍຜູ້ຕາຍທີ່ຖືກຍິງຫລັງຕະຫລາດທົ່ງຂັນຄຳໃນອາທິດຜ່ານມາ ເປັນຫນຶ່ງໃນຂະບວນການຄ້າຢາເສບຕິດລາຍໃຫຍ່



       ເຈົ້າໜ້າທີ່ສືບສວນ-ສອບສວນ ກອງບັນ ຊາການ ປກສ ນະຄອນຫລວງວຽງຈັນ ໃຫ້ ຮູ້ວ່າ: ເຫດຍິງກັນຕາຍຢູ່ເສັ້ນທາງ ດ້ານຫລັງ ຕະຫລາດທົ່ງຂັນຄຳ ເມືອງຈັນທະບູລີ ນະ ຄອນຫລວງວຽງຈັນ ໃນວັນທີ 2 ມິຖຸນາ ນັ້ນ,ໄດ້ສ້າງຄວາມແຕກຕື່ນ ແລະ ສະ ເທືອນຂວັນໃຫ້ແກ່ປະຊາຊົນທີ່ຢູ່ໃກ້ຄຽງ ໂດຍຜູ້ຕາຍຄື ທ້າວ ພຸດທະສອນ ຫລື ກຸ່ຍ ອາຍຸ 37 ປີ ຢູ່ບ້ານສີເມືອງ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ຖຶກຍິງ ດ້ວຍປືນ AK ຈຳນວນ 5 ນັດ ອອກມາຈາກລົດກະບະວີໂກ້ສີດຳຄັນໜຶ່ງ ທີ່ຂີ່ນຳມາຍິງ ແລະ ຜ່ານການກວດຄົ້ນໂຕ ແລະ ຖົງຂອງຜູ້ຕາຍໃນມື້ ເກີດເຫດຂອງເຈົ້າໜ້າທີ່ພົບ ປືນສັ້ນໜຶ່ງກະບອກພ້ອມ ດ້ວຍລູກປືນ 8 ລູກ ແລະ ຝັກປືນ T 77 ບັນຈຸລູກປືນ 7 ລູກ, ມີມີດ ປາຍແຫລມ 1 ດວງ ແລະໂທລະ ສັບໜຶ່ງໜ່ວຍ.
       ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ຜູ້ຕາຍ ມີປະຫວັດພົວພັນກັບ ເຄືອຂ່າຍ ຢາເສບຕິດລາຍໃຫຍ່ຢູ່ ນະ ຄອນຫລວງວຽງຈັນ ແລະ ໄລຍະຜ່ານມາ, ຜູ້ກ່ຽວພ້ອມພັກພວກ ກໍໄດ້ມີການເຄື່ອນໄຫວປຸ້ນຈີ້-ຊີງຊັບ ໃນນະຄອນຫລວງວຽງຈັນ ຫລາຍຄະດີ ເຊິ່ງຫລ້າ ສຸດເມື່ອວັນ ທີ 11 ເມສາ 2013 ຜູ້ກ່ຽວໄດ້ ໃຊ້ປຶນປຸ້ນເອົາສາຍຄໍຢູ່ເສັ້ນທາງ ໄປຖ້ຳນ້ຳຍ້ອຍ ເຂດໂພນສົມບູນ ເມືອງສີໂຄດ ຕະບອງ ເຮັດໃຫ້ເຈົ້າຂອງຊັບເສຍຊີວິດຄາທີ່.

1 comment:

  1. ຫາກເປັນດັ່ງຮາຍງານນີ້ກໍສົມຄວນແລ້ວ..ຕ້ອງພິທັກຄົນດີ..ປຼາບພວກອັປປຮີແລະຖືວ່າເປັນພວກຫນັກແຜ່ນດິນດ້ວຍເຊັ່ນກັບກຸ່ມຜເດັຈກາຮ!!

    ReplyDelete