Ad

Ad

11 June 2013

ຄາດຕະກອນຂ້າສາວນັກສຶກສາດົງຄຳຊ້າງຖືກສານຕັດສິນລົງໂທດຈຳຄຸກ 12 ປີ



        ຄະດີຄາດຕະກຳສາວນັກສຶກສາວິທະຍາໄລ ດົງຄຳຊ້າງເມື່ອວັນທີ 28 ຕຸລາ 2012 ຜ່ານມາ, ເປັນຄະດີທີ່ສະເທືອນຂວັນບໍ່ໜ້ອຍ ໃຫ້ແກ່ສັງຄົມ ເຊິ່ງຜ່ານການເອົາໃຈໃສ່ຂອງເຈົ້າໜ້າທີ່ ໃນການຕິດຕາມສືບຫາຄາດຕະກອນໃຈ ໂຫດນັ້ນ ຕົກມາຮອດວັນທີ 11 ພະຈິກ 2012 ຈຶ່ງສາມາດຈັບຄົນຮ້າຍໄດ້ຄື ທ້າວ ສິດ ເມັນທອງ ອາຍຸ 23 ປີ ຢູ່ບ້ານ ທາງແບ່ງ ເມືອງຫີນບູນ ແຂວງຄຳມ່ວນ ໂດຍຜູ້ກ່ຽວຮັບ ສາລະພາບວ່າ:ໄດ້ລົງມືກໍໍ່ເຫດຄາດຕະກຳແທ້ໂດຍການບີບ ຄໍ ແລະ ທຸບຕີ ຍິງຄົນດັ່ງກ່າວຈົນເສຍຊີວິດຢູ່ເຂດບ້ານດົງຄຳຊ້າງ ເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ ຍ້ອນຄວາມຫຶງຫວງ ແລະ ມາໃນວັນທີ 29 ພຶດສະພາ 2013, ສານຂັ້ນຕົ້ນນະຄອນຫລວງ ວຽງຈັນ ຈຶ່ງໄດ້ຕັດສີນ ຈຳຄຸກຜູ້ກ່ຽວເປັນເວລາ 12 ປີ ພ້ອມປັບໃໝເງິນຈຳນວນ 3 ລ້ານກີບ.

No comments:

Post a Comment