Ad

Ad

16 May 2013

ກະຊວງພະລັງງານ-ບໍ່ແຮ່ ເອົາໃຈໃສ່ຄຸ້ມຄອງ ແລະ ກວດກາການຂຸດຄົ້ນບໍ່ແຮ່



     ກະຊວງ​ພະລັງງານ ແລະ ບໍ່​ແຮ່​ໄດ້​ເອົາ​ໃຈ​ໃສ່​ສ້າງ​ມາດຕະ ຖານ ແລະ ລະບຽບ​ການ​ຈຳນວນ​ໜຶ່ງເພື່ອ​ເຮັດ​ໃຫ້ການ​ຄຸ້ມ​ຄອງ ​ແລະ ກວດກາ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ມີ​ປະສິດທິ​ຜົນ​ເປັນຕົ້ນ​ແມ່ນມາດຕະ ຖານ​ການ​ສ້າງ​ບົດ​ວິພາກ​ເສດຖະ ກິດ-​ເຕັກນິກ, ລະ ບຽບ​ການ​ຄຸ້ມ​ຄອງ​ເຂດ​ສຳ​ປະທານ, ມາດ​ຕະການ ແລະ​ ລະບຽບ​ການ​ຂອງໂຮງງານ, ລະບຽບ​ການ​ຊື້-ຂາຍ​ແຮ່​ທາດ, ມາດ​ຕະ ການ​ຕີລາຄາ​ການ​ລົງທຶນ​ດ້ານ​ບໍ່​ແຮ່​ທີ່​ດີ​ເປັນ​ບ່ອນ​ອີງ​ໃນ​ການຈັດ​ປະ​ເພດ​ຂອງ​ຜູ້​ລົງທຶນ​ຂຸດ​ຄົ້ນ.ນອກ​ນັ້ນ ຍັງ​ໄດ້​ເອົາ​ໃຈ​ໃສ່​ເຜີຍ​ແຜ່​ກົດໝາຍ, ລະບຽບ​ການ ແລະ ສັນຍາ​ຂຸດ ຄົ້ນ​ຢູ່​ບັນດາ​ແຂວງ​ພາກ​ເໜືອ, ພາກ​ກາງ ​ແລະ ດຳ​ເນີນ​ການ​ກວດກາ​ການ​ຂຸດ​ຄົ້ນ​ຂອງ​ບໍລິສັດ​ໄປ​ພ້ອມໆ​ກັບ​ການ​ສ້າງ​ນິຕິ​ກຳ ​ແລະ ມາດ​ຕະການ​ຕ່າງໆ.
      ທ່ານ ສຸ​ລິ​ວົງ ດາລາ​ວົງ ລັດ ຖະມົນຕີ​ວ່າການ​ກະຊວງ​ພະລັງ ງານ ແລະ ບໍ່​ແຮ່​ໄດ້​ແຈ້ງ​ໃຫ້​ຮູ້ ເມື່ອ​ບໍ່​ດົນ​ມານີ້ວ່າ: ​ເພື່ອ​ເຮັດ​ໃຫ້ ການ​​ຄຸ້ມ​ຄອງ​ແລະກວດກາ​ການ​ຂຸດ​ຄົ້ນ​ບໍ່​ແຮ່​​ມີ​ປະສິດທິພາບແລະ​​ໄປຕາ​ມລະບຽບ​ການ​ຢ່າງ​ເຂັ້ມ​ງວດ​ນັ້ນ, ກະຊວງ​ພະ​ລັງ ງານ ແລະບໍ່​ແຮ່​ໄດ້​ດຳ​ເນີນ​ກວດກາ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ຢູ່​ບາງ​ແຂວງ​ເຊັ່ນ: ​ແຂວງ​ຜົ້ງ​ສາລີ, ຫົວພັນ, ຊຽງ​ຂວາງ ​ແລະ ຄຳ​ມ່ວນ​ຜ່ານ​ການ​ກວດກາ​ເຫັນ​ວ່າ​ບາງ​ບໍລິສັດ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຍັງ​ບໍ່​ທັນ​ເຂັ້ມງວດ​ຕໍ່​ສັນຍາ, ກົດໝາຍ, ລະບຽບ​ການ ແລະ ຂັ້ນ ຕອນ​ການ​ດຳ​ເນີນ​ທຸລະ​ກິດ​ດ້ານ​ບໍ່​ແຮ່, ມີ​ການ​ແກ່ຍາວ​ໂຄງການ, ການ​ປະຕິບັດ​ພັນທະ​ໃນ​ສັນຍາ​ຊັກ​ຊ້າ, ຜູ້​ລົງທຶນ​ຈຳ ນວນ​ໜຶ່ງ​ຍັງ​ບໍ່​ໄດ້​ເອົາ​ໃສ່​ສ້າງ ​ແລະ ນຳ​ໃຊ້​ແຮງ​ງານ​ທ້ອງ​ຖິ່ນ, ການ​ພັດທະນາ​ຊຸມ​ຊົນ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ກັບ​ຄວາມ​ຮຽກ ຮ້ອງ​ຕ້ອງ ການ​ໃນ​ການ​ຫັນ​ເອົາ​​ເຂດ​ພັດທະນາ​ບໍ່​ແຮ່​ໃຫ້​ກາຍ​ເປັນ​ຕົວ​ເມືອງ​ນ້ອຍ​​ແຕ່ລະ​ກ້າວ ​ແລະ ສະໜອງ​ຕໍ່​ແຜນການ​ຫລຸ​ດຜ່ອນ​
ຄວາມທຸກ​ຍາກ​ຂອງ​ລັດຖະບານ​ວາງ​ອອກ​ເທົ່າ​ທີ່​ຄວນ, ຄວາມ​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ອຸດ​ສາຫະ​ກຳ​ບໍ່​ແຮ່​ລະຫວ່າງ​ຂະ​ແໜງການ​ທີ່​ກ່ຽວຂ້ອງ​ຂອງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ຍັງ​ບໍ່​ທັນ​ລົງ​ໂຕ, ບໍ່ທັນ ສອດຄ່ອງ​ຕາມ 4 ບຸກທະລຸ​ທີ່​ພັກ​ວາງ​ອອກ, ການ​ນຳ​ໃຊ້​ນິຕິ​ກຳ​ດ້ານ​ພາສີ-ອາກອນ​ຕໍ່​ກັບ​ທຸລະ​ກິດ​ກ່ຽວ​ກັບ​ແຮ່​ທາດ​ຍັງ​ບໍ່​ທັນ​ຈະ​ແຈ້ງ, ປະຕິບັດ​ບໍ່​ລວມສູນ ແລະ ​ເປັນ​ເອກະ​ພາບ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເຮັດ​ໃຫ້​ເກີດ​ມີ​ຄວາມ​ສັບສົນ​ໃນ​ການ​ຄຸ້ມ​ຄອງ ​ແລະ ຕິດຕາມ, ສິ່ງ​ທີ່​ອຳນວຍ​ໃຫ້​ແກ່​ການ​ຜະລິດ​ຕໍ່​ເນື່ອງ​ຈາກ​ຜະລິດ​ຕະພັນ​ແຮ່​ທາດ​ຍັງ​ບໍ່​ທັນ​ຜັນ​ຂະຫຍາຍ​ຢ່າງ​ແຂງ​ແຮງ, ການ​ຄົມມະນາຄົມ​, ການ​ສະໜອງ​ກະ​ແສ​ໄຟຟ້າ​ຍັງ​ບໍ່​ທັນ​ພຽງພໍ​ຕໍ່​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ອຸດ​ສາ​ຫະກຳ​ບໍ່​ແຮ່​ທີ່​ກຳລັງ​ຂະຫຍາຍ ຕົວ​ຢ່າງ​ໄວວາ, ຜູ້ດຳ​ເນີນ​ທຸລະ​ກິດ​ດ້ານ​ບໍ່​ແຮ່​ຍັງ​ບໍ່​ທັນ​ມີ​ມາດ​ຕະການ​ພຽງພໍ, ການ​ຄຸ້ມ​ຄອງ​​ສິ່ງ​ແວດ​ລ້ອມບາງ​ໂຄງການ​ຍັງ​ບໍ່​ທັນ​ມີ​ປະສິດທິພາບ​ເຮັດ​ໃຫ້​ມີ​ຜົນ​ສະທ້ອນ​ຕໍ່​ທຳ​ມະ​ຊາດ, ຕໍ່ລະບົບ​ວິ​ເວດ​ວິທະຍາ ​ແລະ ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ການ​ຊົດ​ເຊີຍ​ຕໍ່​ຜົນ​ເສຍ​ຫາຍ​ຂອງ​ປະຊາ ຊົນ​ຊັກ​ຊ້າ, ​ເກີດ​ການ​ວິພາກ​ວິຈານ​ຈາກ​ສັງຄົມ. ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ ແລະ ບໍ່​ແຮ່​ຍັງ​ໄດ້​ກ່າວ​ຕື່ມ​ວ່າ​:ໃນ​ໄລຍະ​ຜ່ານ​ມາ, ລັດ ຖະບານໄດ້​ອະນຸຍາດ​ໃຫ້​ຜູ້​ລົງທຶນ​ພາຍ​ໃນ ແລະ ຕ່າງປະ​ເທດ​ສຳ​ປະທານ​ເນື້ອທີ່​ເພື່ອ​​ຊອກ​ຄົ້ນ, ສຳ​ຫລວດ ​ແລະ ຂຸດ​ຄົ້ນ​ແຮ່​ທາດ​ຕ່າງໆ​ມີ 226 ບໍລິສັດ,​ເນື້ອທີ່​ສຳປະທານ 58.569,54 ກິ​ໂລ​ຕາ​ແມັດ ​ເທົ່າ​ກັບ 24,73% ຂອງ​ເນື້ອທີ່​ທົ່ວ​ປະ​ເທດ, ​ໃນ​ນັ້ນ 124 ບໍລິສັດ​ຢູ່​ໃນ​ຂັ້ນຕອນ​ຊອກ​ຄົ້ນ ແລະ ສຳ​ຫລວດ,  65 ບໍລິສັດ​ໄດ້​ເຊັນ​ສັນຍາ​ຂຸດ​ຄົ້ນ​,  25 ບໍລິສັດ​ຢູ່​ໃນ​ໄລຍະ​ກໍ່ ສ້າງ,  40 ບໍລິສັດ​ພວມ​ດຳ​ເນີນ​ການ​ຂຸດ​ຄົ້ນ ແລະ ປຸງ​ແຕ່​ງທາດ.

No comments:

Post a Comment