Ad

Ad

30 May 2013

ລະວັງມີສະພາບທຸບແວ່ນລົດເພື່ອຊິງຊັບ

          ​ເຈົ້າໜ້າທີ່​ຕຳຫຼວດ ນະຄອນຫຼວງວຽງ ຈັນ ໃຫ້​ຮູ້​ວ່າ:ໃນ​ວັນ​ທີ 27 ພຶດສະພານີ້ ໄດ້​ເກີດ​ມີຄົນ​ຮ້າຍ​ທຸບ​ແວ່ນ​ລົດ​ຂອງ​ປະຊາຊົນ​ທ່ານ ໜຶ່ງທີ່​ຈອດ​ໄວ້​ຢູ່ໜ້າ​ເຮືອນ​ຂອງ​ຕົນ ທີ່​ບ້ານ ທົ່ງ​ພານ​ທອງ ​ເມືອງ ສີ​ສັດຕະ​ນາກ ນະຄອນ ຫຼວງວຽງຈັນ ແລ້ວ​ຊີງ​ເອົາ​ຊັບ​ສິນ​ຢູ່​ພາຍ​ໃນ​ລົດ​ເປັນ​ເງິນຫຼາຍສິບ​ລ້ານ​ກີບ ​​ແລ້ວຫຼົບໜີ​ໄປ ເຊິ່ງ​ຈາກ​ການ​ຕີ​ລາ​ຄາ​ຂອງ​ເຈົ້າໜ້າທີ່ ຄາດ​ວ່າ​ກຸ່ມ​ຄົນ​ຮ້າຍ​ອາດ​ຈະ​ເປັນ​ກຸ່ມ​ຄົນທີ່​ຕິດ​ຢາ​ເສບ​ຕິດ ​ແລະ ​ໄດ້​ຕິດຕາມ​ການ​ເຄື່ອນ​ໄຫວ​ຂອງ​ລົດ​ດັ່ງກ່າວ​ມາ​ແລ້ວ ເຊິ່ງ​ປັດຈຸ​ບັນ​ກຳລັງ​ເລັ່ງສືບ ສວນ-ສອບ​ສວນ ເພື່ອ​ນຳ​ຈັບ​ຄົນ​ຮ້າຍ​ມາ​ດຳ​ເນີນ​ຄະດີ​ໃຫ້​ໄດ້​ໂດຍ​ໄວ ແລະ ​ໃນ​ມື້ດຽວກັນ​ຍັງ​ມີອີກ​ເຫດການ​ຄົນ​ຮ້າຍ​ທຸບ​ແວ່ນ​ລົດຢູ່​ບ້ານ ນາ​ຄຳ ​ເມືອງ ສີ​ໂຄດ​ຕະບອງ ນະຄອນຫຼວງວຽງຈັນ ເຊິ່ງ​ທາງ​ເຈົ້າໜ້າທີ່​ກໍພວມ​ເລັ່ງຕິດຕາມຈັບ​ຕົວຄົນຮ້າຍ​ມາ​ດຳ​ເນີນ​ຄະດີ.
           ​ເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັນ ກ່າວ​ວ່າ: ​ໃນ​ອາ ທິດຜ່ານ​ມາ ຢູ່ ນະຄອນຫຼວງ ວຽງຈັນ ມີ​ປະກົດ​ການ​ຫຍໍ້​ທໍ້​ເກີດ​ຂື້ນ 63 ເລື່ອງ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ສະພາບ​ປຸ້ນ​ຈີ້-ຊີງ​ຊັບ ​ແລະ ລັກ​ຊັບ​ພົນລະ​ເມືອງ ​ເກີດ​ຂື້ນ 20 ກ່ວາ​ເລື່ອງ ​ແລະ ເມື່ອ​ບໍ່ດົນ​ມາ ນີ້ ເຈົ້າໜ້າທີ່ ປກສ ​ເມືອງ ຫາດ​ຊາຍ​ຟອງ ​ໄດ້​ລົງ​ແກ້​ໄຂ​ເປົ້າໝາຍລັກ​ຊັບ​ພົນລະ​ເມືອງ ​ໂດຍ​ກັກ​ຕົວ​ຜູ້​ຕ້ອງ​ຫາ​ໄດ້ 3 ຄົນ​ຄື: ທ້າວ ​ເທວະ​ລິດ ອາຍຸ 28 ປີ ຢູ່​ບ້ານ ໂຄກ​ຊາຍ, ທ້າວ ພຸດທະ​ສອນ ອາຍຸ 30 ປີ ຢູ່ ບ້ານ ທ່າ​ມ່ວງ ​ແລະ ທ້າວ ສອນ​ເພັດ ອາຍຸ 30 ປີ ຢູ່ ບ້ານ ດອນ​ດູ່ ເມືອງ​ ຫາດ​ຊາຍ​ຟອງ ນະຄອນ ຫຼວງວຽງຈັນ, ຊຶ່ງ​ທັງ 3 ໄດ້​ຮ່ວມ​ກັນ ລັກ​ຊັບ​ພົນລະ​ເມືອງ ​ແລະ ​ໃນ​ວັນ​ທີ 24 ພຶດສະພາ ນີ້ ປກສ ​ເມືອງ ຈັນທະ​ບູລີ ສາມາດ​ຈັບ​ຕົວ​​ແກ້ງ ລັກ​ລົດຈັກ ​ໄດ້ 3 ຄົນ ພາຍ ຫຼັງຮ່ວມ​ກັນ​ລັກ​ລົດ​ຂອງ​ປະຊາ ຊົນ​ມາ​ແລ້ວຫຼາຍສິບ​ຄັນ ມາ​ດຳ​ເນີນ​ຄະດີ ຕາມ​ລະບຽບກົດໝາຍ.

No comments:

Post a Comment